ທ່ານຫຼີ​ເຄີ້ສຽງ​ກ່າວ​ປາຖະກະຖາ​ໃນ​ເວທີ​ປືກສາ​ຫາລື​ເສດຖະກິດ​ການ​ຄ້າ​ຈີນ​ມາ​ເລ​ເຊຍ
2015-11-23 15:57:33  cri 

ຕອນ​ເຊົ້າ​ຂອງ​ວັນ​ທີ 23 ພະຈິກ​ນີ້​, ທ່ານ​ຫຼີ​ເຄີ້ສຽງ, ນາຍົກລັດຖະມົນຕີຈີນທີ່​ກໍາລັງ​ຢ້ຽມຢາມ​ມາ​ເລ​ເຊຍ ​ໄດ້​ກ່າວ​ປາ​ຖະກະຖາ​ໃນ​ເວທີ​ປຶກສາ​ຫາລື​ເສດຖະກິດ​ການ​ຄ້າ​ຈີນ​ມາ​ເລ​ເຊຍ.

ທ່ານ​ຫຼີ​ເຄີ້ສຽງ​ຊີ້​ອອກ​ວ່າ, ປະຫວັດສາດ​ໄດ້​ເຮັດ​ໃຫ້​ປະຊາຊົນ​ຂອງ​ຈີນ​ກັບ​ມາ​ເລ​ເຊຍ​ມີ​ໄມຕີ​ຈິດມິດຕະພາບ​ທີ່​ປະ​ຖິ້ມ​ບໍ່​ໄດ້, ມີ​ພື້ນຖານ​ທາງ​ສັງຄົມ​ອັນ​ເລິກ​ເຊິ່ງ. ນີ້​ເປັນ​ເງື່ອນ​ໄຂ​ທີ່​ດີທີ່​ສຸດ​ສໍາລັບ​ຈີນ​ກັບ​ມາ​ເລ​ເຊຍ​ພັດທະນາ​ການ​ຮ່ວມ​ມື​ຮອບດ້ານ. ທ່ານ​ຫຼີ​ເຄີ້ສຽງ​ກ່າວ​ວ່າ, ການ​ຮ່ວມ​ມື​ຈີນ​ມາ​ເລ​ເຊຍ​ບໍ່​ພຽງ​ແຕ່​ມີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ດ້ານ​ການ​ເມືອງ​ເທົ່າ​ນັ້ນ, ​ແຕ່​ຍັງ​ໄດ້​ປະສົບ​ໝາກຜົນ​ຢ່າງ​ຫຼວງ​ຫຼາຍ​ໃນ​ດ້ານ​ເສດຖະກິດ ກໍ່​ຄື​ມີ​ອະນາຄົດ​ອັນ​ກວ້າງຂວາງ​ໃນ​ການ​ແລກປ່ຽນ​ດ້ານ​ວັດທະນະ​ທໍາ​ອີກ​ດ້ວຍ. ມະຫາ​ວິ​ທະຍາ​ໄລ​ເຊ້ຍ​ເໝີ​ນຂອງ​ຈີນ​ຈະ​ສ້າ​ງຕັ້ງ​ສາຂາ​ຢູ່​ມາ​ເລ​ເຊຍ, ລັດຖະບານ​ຈີນ​ກໍ່​ຈະ​ສ້າງ​ຄວາມ​ສະ​ດວກ​ໃຫ້​ແກ່​ນັກ​ທ່ອງ​ທ່ຽວ​ຈີນ​ທີ່​ໄປ​ທ່ຽວ​ມາ​ເລ​ເຊ​ຍ ​ເພື່ອ​​ເຮັດ​ໃຫ້​ມິດຕະພາບ​ລະຫວ່າງ​ປະຊາຊົນ​ສອງ​ປະ​ເທດ​ສາມາດ​ສືບ​ທອດ​ກັນໄປ.

ທ່ານ​ຫຼີ​ເຄີ້ສຽງ​ກ່າວ​ຕື່ມ​ອີກ​ວ່າ, ມາ​ເລ​ເຊຍຍັງ​ມີ​ອາຫານ Nyonya ​ເຊິ່ງ​ເປັນ​ອາຫານ​ປະ​ເພດ​ໜຶ່ງ​ທີ່​ມີ​ວິທີ​ປຸງ​ແຕ່ງ​​ແບບ​ຈີນ ກັບເຄື່ອງ​ຫອມ ​ແລະ​ເຄື່ອງປຸງຂອງ​ມາ​ເລ​ເຊຍ​ປະສານ​ກັນຢ່າງ​ກົມກຽວ ​ເຊິ່ງ​ເປັນ​ການ​ສ່ອງ​ແສງ​ໃຫ້​ເຫັນ​ເຖິງການ​ເຊື່ອມ​ໂຍງ​ເຂົ້າກັນອັນ​ເລິກ​ເຊິ່ງ​ລະຫວ່າງ​ຈີນ​ກັບ​ມາ​ເລ​ເຊຍ. ມີ​ພື້ນຖານ​ທີ່​ດີ​ຄື​ແນວ​ນີ້, ຂ້າພະ​ເຈົ້າ​ເຊື່ອ​ໝັ້ນ​ວ່າ, ຂໍ​ພຽງ​ແຕ່​ນັກ​ວິ​ສາ​ຫະກິດ​ສອງ​ປະ​ເທດ​ສູ້​ຊົນ​ຮ່ວມ​ກັນ ຈະ​ສາມາດ​ປຸງ​ແຕ່ງອາຫານ​ແຫ່ງ​ການ​ຮ່ວມ​ມື​​ເຍື່ອງ​ຕ່າງໆທີ່​ມີ​ກິ່ນ​ຫອ​ມ ​ແລະ​ລົດ​ຊາດ​ດີ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ