ນາຍົກລັດຖະມົນຕີຈີນກ່າວ​ເນັ້ນ​ໃນ​ກອງ​ປະຊຸມ​ສຸດ​ຍອດ​ອາຊີ​ຕາ​ເວັນ​ອອກ​ຄັ້ງ​ທີ 10 ວ່າ: ຢຶດຖື​ການ​ຮ່ວມ​ມືຢ່າງ​ສາມັກຄີ​ກັນ​ເພື່ອ​ສ້າງ​ອາຊີ​ຕາ​ເວັນ​ອອກ​​ໃຫ້ເປັນຂົ້ວ​ແຫ່ງການເຕີບ​ໂຕໜັກ​ແໜ້ນຂອງ​ເສດຖະກິດ​ໂລກ
2015-11-23 13:15:42  cri 
  ຕອນ​ເຊົ້າວັນ​ທີ 22 ພະຈິກ​ນີ້, ທ່ານ​ຫຼີ​ເຄິ້ສຽງ, ນາຍົກລັດຖະມົນຕີຈີນ​ໄດ້​ເຂົ້າ​ຮ່ວມ​ກອງ​ປະຊຸ​ມສຸດ​ຍອດ​ອາຊີ​ຕາ​ເວັນ​ອອກ​ຄັ້ງ​ທີ 10 ຢູ່​ທີ່ສູນປະຊຸມສາກົນ​ກົວ​ລະ​ລຳ​ເປີ.

  ໃນ​ຄຳ​ປາ​ໄສ, ທ່ານ​ຫຼີ​ເຄິ້ສຽງ​ໄດ້ປະກອບ​ຄວາມ​ຄິດຄວາມ​ເຫັນ​ກ່ຽວ​ກັບ​ການ​ຮ່ວມ​ມື​ຂອງ​ກອງ​ປະຊຸມ​ໃນ​​ໄລຍະ​ຕໍ່​ໜ້າ, ຄື: ໜຶ່ງ, ​ເລັ່ງລັດ​ຊຸກຍູ້​ຂະ​ບວນການ​ເຊື່ອມ​ຈອດ​ກັນ​ດ້ານ​ເສດຖະກິດ​ຂອງ​ພາກ​ພື້ນ, ​ເພື່ອ​ສ້າງ​ອາຊີ​ຕາ​ເວັນ​ອອກ​​ໃຫ້ເປັນຂົ້ວ​ເຕີບ​ໂຕທີ່​ໜັກ​ແໜ້ນຂອງ​ເສດຖະກິດ​ໂລກ; ສອງ, ດຳ​ເນີນ​ການສົນທະນາ​ກ່ຽວ​ກັບ​ຄວາມ​ໝັ້ນຄົງ​ດ້ານ​ການ​ເມືອງຢ່າງ​ຕັ້ງໜ້າ, ​ເພື່ອ​ປຶກສາ​ຫາລື​ກ່ຽວ​ກັບ​ການ​ສ້າງ​ໂຄງ​ລ່າງ​ດ້ານ​ຄວາມ​ໝັ້ນຄົງທີ່​ສອດຄ່ອງ​ກັບ​ພາກ​ພື້ນ​ນີ້; ສາມ, ​ເພີ່ມ​ທະວີ​ການ​ແລກປ່ຽນ​​ແລະການສົນທະນາດ້ານ​ອະລິຍະ​ທຳ​ອາຊີ, ຊຸກຍູ້​​ອະລິຍະ​ທຳຕ່າງໆ​ຢູ່​ຮ່ວມ​ກັນ​ຢ່າງ​ປອງ​ດອງ​.

  ທ່ານ​ຫຼີ​ເຄິ້ສຽງ​ໄດ້​ຊີ້​ອອກ​ວ່າ, ປະ​ເທດ​ຕ່າງໆ​ຢູ່​ອາຊີຕາ​ເວັນ​ອອກອາ​ໄສ​ເຊິ່ງກັນ​ແລະ​ກັນ, ​ໄດ້ຄ່ອຍໆ​ສ້າງ​ເປັນ​ປະຊາ​ຄົມ​ຮ່ວມຜົນ​ປະ​ໂຫຍ​ດແລະ​ປະຊາ​ຄົມຮ່ວມ​ໜ້າທີ່ຮັບຜິ​ດຊອບ. ຂໍພຽງແຕ່ວ່າ​ພວກ​ເຮົາ​ຢຶດຖື​ຈິດ​ໃຈ​ທີ່ຮ່ວມ​ມືຢ່າງ​ສາມັກຄີ​ກັນ​ແລະ​ກວມລວມ, ​ເປີດ​ກວ້າງ​ຈຸດ​​ເຊື່ອມ​ຕໍ່ຂອງ​ຜົນ​ປະ​ໂຫຍດຢ່າງ​ຕັ້ງໜ້າ, ຄວບ​ຄຸມ​ຄວາມ​ຂັດ​ແຍ້​ງກັນຢ່າງ​ມີ​ປະສິດທິ​ຜົນ, ກໍ່​ສາມາດ​ຮັກສາ​ການ​ຮ່ວມ​ມືຢູ່​ອາຊີຕາ​ເວັນ​ອອກ​ໃຫ້​ຢູ່​ໃນ​ເສັ້ນທາງ​ພັດທະນາ​ທີ່​ປອດ​ໃສ, ​ເພື່ອ​ສ້າງ​ຄວາມ​ຜາ​ສຸກ​ໃຫ້​ແກ່​ປະຊາຊົນ​ຂອງປະ​ເທດ​ຕ່າງໆ.

  ທ່ານ​ຫຼີ​ເຄິ້ສຽງ​ຍັງ​ໄດ້​ບັນຍາຍ​ຫຼັກການ-ຫຼັກໝັ້ນຂອງຝ່າຍ​ຈີນ​ແລະ​ຂໍ້​ລິ​ເລີມ 5 ຂໍ້​ກ່ຽວ​ກັບ​ບັນຫາ​ທະ​ເລ​ຈີນ​ໃຕ້.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ