ທ່ານ​ຫຼີ​ເຄີ້ສຽງ​, ນາຍົກ​ຈີນກັບ​ທ່ານນາ​ຈິບ ຕຸ​ນ ຣາຊັກ,ນາຍົກ​ມາ​ເລ​ເຊຍ​ຮ່ວມ​ກັນ​​ໃຫ້​ສຳພາດ​ຕໍ່​ນັກ​ຂ່າວ​
2015-11-24 17:21:21  cri 
​ຕອນ​ບ່າຍ​ວັນ​ທີ 23 ພະຈິກ​ນີ້, ພາຍຫຼັງສິ້ນສຸດ​ການ​ພົບ​ປະ​ເຈ​ລະ​ຈາ, ທ່ານ​ຫຼີ​ເຄີ້ສຽງ, ນາຍົກລັດຖະມົນຕີຈີນກັບ​ທ່ານ​ນາ​ຈິບ ຕຸ​ນ ຣາຊັກ, ນາຍົກລັດຖະມົນຕີ​ມາ​ເລ​ເຊຍ​ໄດ້ຮ່ວມ​ກັນ​ໃຫ້​ສຳພາດ​ຕໍ່ນັກ​ຂ່າວ.

ທ່ານ​ຫຼີ​ເຄີ້ສຽງ​ກ່າວ​ວ່າ: ຝ່າຍ​ຈີນ​ຍິນ​ດີ​ເສີມ​ຂະຫຍາຍ​ທ່າ​ແຮງ​ຂອງ​ຕົນ, ​ເຂົ້າ​ຮ່ວມ​ການ​ສ້າງ​ທາງ​ລົດ​ໄຟ​ຢູ່​ພາກ​ໃຕ້​ຂອງ​ມາ​ເລ​ເຊຍ​​​ແລະ​ການ​ສ້າງ​ທາ​ງລົດ​ໄຟ​ຄວາມ​ໄວ​ສູງ​ມາ​ເລ​ເຊຍ-ສິງກະ​ໂປ​ກໍ່​ຄື​ການ​ກໍ່ສ້າງ​ພື້ນຖານ​ໂຄງ​ລ່າງອື່ນໆ, ສົ່ງ​ເສີມ​ໃຫ້​ວິ​ສາ​ຫະກິດ​ຂອງ​ສອງ​ປະ​ເທດ​​ເປີດ​ກວ້າງ​ການ​ລົງທຶນ​ຕໍ່ກັນ, ​ເພີ່ມ​ທະວີ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ການ​ຄ້າ, ການທະນາຄານ, ທະ​ເລ, ການ​ສຶກສາ, ວຽກ​ງານ​ປ້ອງ​ກັນ​ປະ​ເທດ​ແລະ​ຂົງ​ເຂດ​ອື່ນໆຕື່ມ​ອີກ. ຝ່າຍ​ຈີນ​ສົ່ງ​ເສີມ​ໃຫ້​ປະຊາຊົນ​ຈີນ​ອອກ​ໄປ​ທ່ອງທ່ຽວ​ມາ​ເລ​ເຊຍຫຼາຍ​ກວ່າ​ເກົ່າ​, ​​​ເພີ່ມ​ທະ​ວີ​ຄວາມ​ເຂົ້າ​ໃຈ​ລະຫວ່າງ​ປະຊາຊົນ​ຂອງ​ສອງ​ປະ​ເທດ, ຝ່າຍ​ຈີນ​ສະ​ແດງ​ຄວາມ​ຍິນ​ດີ​ຕ້ອນຮັບ​ຕໍ່​ມາດ​ຕະການ​ກ່ຽວ​ກັບ​ການ​ໃຫ້​ຄວາມ​ສະດວກ​ດ້ານ​ວິຊາ​ຂອງ​ຝ່າຍ​ມາ​ເລ​ເຊຍ​ໃນ​ໄລຍະ​ຢູ່ຢ້ຽມຢາມ.

ທ່ານ​ຫຼີ​ເຄີ້ສຽງ​ກ່າວ​ເນັ້ນ​ວ່າ: ​ການ​ທີ່ເຄົາລົບ​ເຊິ່ງກັນ​ແລະ​ກັນ, ປະຕິບັດ​ຕໍ່ກັນ​ຢ່າງ​ສະ​ເໝີ​ພາບ, ​ແລະໄວ້​ເນື້ອ​ເຊື່ອ​ໃຈ​ກັນ​ຢ່າງ​ເຊິ​ກ​ເຊິ່ງນັ້ນ​ແມ່ນ​ພື້ນຖານ​ອັນ​ໝັ້ນ​ແກ່ນ​ແລະ​ຊັບ​ສິນ​ອັນ​ລ້ຳ​ຄ່າ​ຂອງ​ການ​ພົວພັນ​ລະຫວ່າງ​ຈີນ-ມາ​ເລ​ເຊຍ. ຫວັງ​ວ່າ​ສອງ​ຝ່າຍ​ຈະສາມາດ​ຮ່ວມ​ກັນ​ທຳ​ຄວາມ​ພະຍາຍາມ, ສືບ​ທອດ​ຊັບ​ສິນ​ອັນ​ລ້ຳ​ຄ່າ​ນີ້​​ເປັນ​ຢ່າງ​ດີ​ພ້ອມ​ທັງຜັນຂະຫຍາຍ​ໃຫ້​ກວ້າງ​ອອກ, ຮັບປະກັນ​ການ​ພົວພັນ​ລະຫວ່າງ​ຈີນ-ມາ​ເລ​ເຊຍ​ໃຫ້​ຂະຫຍາຍ​ໄປ​ໜ້າ​ຢ່າງ​ໝັ້ນ​ທ່ຽງ​ແລະ​ປອດ​ໃສ, ​ແລະ​ຮັກ​ສາ​ຄວາມມີ​ຊີວິດ​ຊີວາ​ແລະ​ພະລັງ​ແຮງ​ຕະຫຼອດ​ໄປ.

ທ່ານ​ນາ​ຈິບ ຕຸ​ນ ຣາຊັກ​ກ່າວ​ວ່າ: ນັບ​ແຕ່​ມາ​ເລ​ເຊຍ​ແລະ​ຈີນ​ສ້າງການ​ພົວພັນ​ຄູ່​ຮ່ວມ​ຍຸດ​ທະ​ສາດ​ຮອບດ້ານ​ເປັນ​ຕົ້ນ​ມາ, ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ໄດ້​ຮັບ​ຄວາມ​ຄືບ​ໜ້າ​ຢ່າງ​ຫຼວງ​ຫຼາຍ. ການ​ຮ່ວມ​ມື​ແບບ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດລະຫວ່າງ​ມາ​ເລ​ເຊຍ-ຈີນ​ມີ​ຄວາມ​ກວ້າງຂວາງ, ​ເຊື່ອ​ໝັ້ນ​ວ່າການ​ພົວພັນ​ລະຫວ່າງ​ສອງ​ປະ​ເທ​ດຈະ​ສາມາດ​ໄດ້​ຮັບ​ການ​ປັບປຸງ​ໃຫ້​ດີ​ຂຶ້ນ​ແລະ​ພັດທະນາ​ກ້າວ​ໄປ​ໜ້າ​ຕື່ມ​ອີກ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ