ນາຍົກລັດຖະມົນຕີຈີນກັບ​ຄືນ​ປະ​ເທດ​ແລ້ວ, ພາຍຫຼັງ​ສິ້ນ​ສຸດ​ການ​ຢ້ຽມຢາມ
2015-11-24 10:59:53  cri 
  ຫຼັງ​ຈາກ​ໄດ້​ໄປ​ເຂົ້າ​ຮ່ວມກອງ​ປະຊຸມ​ຜູ້ນຳ​ຈີນ-ອາ​ຊຽນ (10+1) ຄັ້ງ​ທີ 18, ກອງ​ປະຊຸມ​ຜູ້ນຳ​ອາ​ຊຽນກັບ​ຈີນ, ຍິ່ປຸ່ນ​ແລະ​ສ.​ເກົາຫຼີ (10+3) ​ຄັ້ງ​ທີ 18 ແລະ​ກອງ​ປະຊຸມ​ສຸດ​ຍອດ​ອາຊີ​ຕາ​ເວັນ​ອອກ​ຄັ້ງ​ທີ 10, ພ້ອມ​ທັງ​ໄດ້​ສຳ​ເລັດ​ການ​ຢ້ຽມຢາມ​ມາ​ເລ​ເຊຍ​ຢ່າງ​ເປັນ​ທາງ​ການ​ຢ່າງ​ຈົບ​ງາມ, ຕອນ​ຮຸ່ງ​​ເຊົ້າ​ວັນ​ທີ 24 ພະຈິກນີ້, ທ່ານ​ຫຼີ​ເຄິ້ສຽງ, ນາຍົກລັດຖະມົນ​ຕີ​ຈີນ​ໄດ້​ເດີນທາງ​ໄປ​ຮອດ​ເມືອງຊູ່​ໂຈ່​ວ, ​ແຂວງ​ຈ່ຽງຊູ່ຂອງ​ຈີນດ້ວຍ​ຍົນ​ພິ​ເສດ, ​ເພື່ອ​ເຂົ້າ​ຮ່ວມ​ການ​ພົບປະ​ລະ​ຫວ່າງ​ຜູ້ນຳຈີນ-​ເອິຣົບກາງ​ແລະ​ເອິຣົບຕາ​ເວັນ​ອອກຄັ້ງ​ທີ 4 ​ທີ່​ຈະຈັດ​ຂຶ້ນ​ຢູ່​​ເມືອງ​ດັ່ງກ່າວ.

  ໃນ​ຂະນະ​ທີ່​ເດີນທາງ​ອອກ​ຈາກ​ນະຄອນຫຼວງ​ກົວ​ລະ​ລຳ​ເປີ​ຂອງ​ມາ​ເລ​ເຊຍ, ​​ໂດຍ​ມີ​ບັນດາເຈົ້າໜ້າ​ທີ່​ຂັ້ນ​ສູງ​ຂອງ​ລັດຖະບານ​ມາ​ເລ​ເຊຍ, ພ້ອມ​ດ້ວຍທ່ານ​ຫ່ວງ​ຮຸ້ຍຄ່າງ, ​ເອກ​ອັກຄະ​ລັດຖະທູດ​ຈີນ​ປະຈຳ​ມາ​ເລ​ເຊຍ, ​ແລະທ່ານ​ຊູປູ້, ​ເອກ​ອັກຄະ​ລັດຖະທູດ​ຈີນ​ປະຈຳ​ອາ​ຊຽນ​​​ໄດ້​ອອກ​ສົ່ງທ່ານ​ຢູ່​ທີ່​ສະໜາມ​ບິນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ