ຜົນ​ຜະລິດ​ຖ່ານ​ຫີນ​ຂອງ​ອິນ​ໂດ​ເນ​ເຊຍ​ໃນ​ໝົດ​ປີ​ຄາດ​ວ່າ​ຈະ​ຫຼຸດ​ລົງ
2015-11-27 18:56:21  cri 
ຕາມ​ຂ່າວ​ໜັງສືພິມ​ເສດຖະກິດ​ລາຍ​ວັນ: ຖ່ານ​ຫີນ​ຂອງ​ອິນ​ໂດ​ເນ​ເຊຍ​ມີ 2 ສ່ວນ 3 ​ແມ່ນຂາຍ​ຢູ່​ຕ່າງປະ​ເທດ, ຍ້ອນ​ວ່າຄວາ​ມຕ້ອງການ​ຂອງ​ຕ່າງປະ​ເທດ​ດ້ານ​ຖ່ານ​ຫີນ​ຫຼຸດ​ລົງ​ຢ່າງ​ຫຼວງ​ຫຼາຍ, ຂະ​ແໜງ​ການ​ຜະລິດ​ຖ່ານ​ຫີນ​ຂອງ​ອິນ​ໂດ​ເນ​ເຊຍ​ໄດ້​ຫຼຸດ​ຜົນ​ຜະລິດ​ຢ່າງເປັນ​ເຈົ້າ​ການ, ຜົນ​ຜະລິດ​ຖ່ານ​ຫີນ​ໃນ​ໝົດ​ປີ​ຈະ​ຫຼຸດ​ລົງ​ປະມານ 20%.

ທ່ານ​ບຳບາງ ກະ​ຕົດ, ຫົວໜ້າ​ພະ​ແນ​ກທີ່​ຮັບຜິດຊອບ​ຂະ​ແໜງ​ການ​ບໍ່​ແຮ່​ຂອງ​ກະຊວງ​ພະລັງງານ​ແລະ​ຊັບພະຍາກອນ​ບໍ່​ແຮ່​ຂອງ​ອິນ​ໂດ​ເນ​ເຊຍ​ກ່າວ​ວ່າ, ມາ​ຮອດ​ປັດຈຸບັນ, ຜົນ​ຜະລິດ​ຖ່ານ​ຫີນ​ຂອງ​ອິນ​ໂດ​ເນ​ເຊຍ​ແມ່ນ 323 ລ້ານ​ໂຕນ, ໜ້ອຍ​ກວ່າ​ໄລຍະ​ດຽວ​ກັນຂອງ​ປີ​ກາຍ​ນີ້ 13%, ຄາດ​ວ່າ​ໃນ​ໝົດ​ປີ​ນີ້​ຢາກ​ບັນລຸ​ເປົ້າ​ໝາຍ​ທີ່​ຜະລິດ​ຖ່ານ​ຫີນ 425 ລ້ານ​ໂຕນ​ທີ່​ວາງ​ແຜນ​ໃນ​ຕົ້ນ​ປີ​ນີ້​ແມ່ນ​ເປັນ​ໄປ​ບໍ່​ໄດ້​ແລ້ວ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ