ຈະ​ໄຂກອງ​ປະຊຸມສຸດ​ຍອດ​ດ້ານສື່​ມວນຊົນ​ຂອງປະ​ເທດ​ບຣິກສ໌ຄັ້ງ​ທຳ​ອິດຢູ່​ນະຄອນຫຼວງ​ປັກ​ກິ່ງ
2015-11-28 16:54:56  cri 
ຕາມ​ຂ່າວCRI: ວັນ​ທີ 1 ທັນວາ​ໜ້ານີ້, ກອງະ​ຊຸມ​ສຸດ​ຍອດດ້ານ​ສື່​ມວນ​ຊົນຂອງ​ປະ​ເທດ​​ເບຼຊິນ, ຣັດ​ເຊຍ, ອິນ​ເດຍ, ຈີນ​ແລະ​ອາ​ຟຣີກາ​ໃຕ້​ຫຼື ບຣິກສ໌ຄັ້ງ​ທຳ​ອິດ​ຈະ​​ໄຂ​ຂຶ້ນ​ຢູ່​ນະ​ຄອນ​ຫຼວງ​ປັກ​ກິ່ງ, ຜູ້​ຮັບຜິດຊອບ​ຂອງ​ອົງການ​ສື່​ມວນ​ຊົນ 25 ​ແຫ່ງ​ທີ່​ມາ​ຈາກ 5 ປະ​ເທດ​ບຣິກສ໌ຈະ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສຸດ​ຍອດຄັ້ງ​ນີ້.

ຂ່າວ​ແຈ້ງວ່າ, ກອງ​ປະຊຸມ​ສຸດ​ຍອດ​ຈະ​ຖື "ປະດິດ​ສ້າງ​​ໃໝ່​ດ້ານ​ການ​ພັດທະນາ, ຮ່ວມ​ມື​ກັນ​ຢ່າງ​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ" ​ເປັນ​ຫົວ​ຂໍ້ຫຼັກ, ​​ຕັ້ງສາຂາ​ເວທີ​ປຶກສາ​ຫາລື 3 ຫົວ​ຂໍ້, ກໍ່​ຄື: "ບົດບາດ​ໃນ​ການ​ຊຸກຍູ້​ໃຫ້​ປະ​ເທດ​ບຣິກສ໌ມີ​​ກາ​ນພົວພັນ​ຄູ່​ຮ່ວມ​​ຢ່າງ​ແໜ້ນ​ແ​ຟ້ນກວ່າ​ເກົ່າ​ຂອງ​ສື່​ມວນ​ຊົນ", "ລົງ​ເລິກ​ການ​ແລກປ່ຽນ​ແລະ​ການ​ຮ່ວມ​ມື​ລະຫວ່າງ​ສື່​ມວນ​ຊົນ​ຂອງ​ປະ​ເທດ​ບຣິກສ໌",  "ການ​ພັດທະນາ​​ຊ່ອຍ​ຊູ​ຍູ້​ໜູນ​ກັນ​ແລະ​ເຊື່ອມ​ໂຍ​ງ​ເຂົ້າກັນລະຫວ່າງ​ສື່​ຕັ້ງ​ເດີມ​ແລະ​ສື່​​ໃໝ່".

ກອງ​ປະຊຸມ​ສຸດ​ຍອດ​ດ້ານສື່​ມວນ​ຊົນ​ຂອງ​ປະ​ເທດ​ບຣິກສ໌​ແມ່ນ​ກອງ​ປະຊຸມ​​ບໍ່​ເປັນ​ທາງ​ການ, ​ແລະ​ບໍ່​ຫາ​ກຳ​ໄລ​​ໃຫ້​ແກ່​ຕົວ​ເຊິ່ງ​ຂ່າວສານ​ຊິນ​ຮວາຂອງ​ຈີນ​ຈະ​ເປັນ​ເຈົ້າພາບຈັດ​ກອງ​ປະຊຸມ​ຄັ້ງ​ທຳ​ອິດ​ຂຶ້ນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ