ກະຊວງ​ປ້ອງ​ກັນ​ປະ​ເທດ​ຈີນ​​ໃຫ້ການ​ອະທິບາຍກ່ຽວ​ກັບ​ການ​ປະຕິ​ຮູບ​ດ້ານ​ການ​ປ້ອງ​ກັນ​ປະ​ເທດ​ແລະ​ການ​ທະຫານ​ຢ່າງ​ລະອຽດ
2015-11-28 16:56:20  cri 
ຕາມ​ຂ່າວCRI: ວັນ​ທີ 27 ພະຈິກ​ນີ້, ກະຊວງ​ປ້ອງ​ກັນປະ​ເທດ​ຈີນ​ໄດ້​ຈັດ​ກອງ​ປະຊຸມ​ຂ່າວ​​ສະ​ເພາະ​ຢູ່​ນະ​ຄອນ​ຫຼວງ​ປັກ​ກິ່ງ, ທ່ານ​ຢາງ​ຢູຈູ​ນ, ​ຫົວໜ້າ​ກົມຖະ​ແຫຼ​ງຂ່າວຂອງ​ກະຊວງ​ປ້ອງ​ກັນ​ປະ​ເທດ, ​ໂຄສົກ​ກະຊວງ​ປ້ອງ​ກັນ​ປະ​ເທດ​ຈີນໄດ້​​ໃຫ້ກາ​ນອະທິບາຍ​ກ່ຽວ​ກັບ​ບັນຫາ​ຕ່າງໆ​ໃນດ້ານ​ການ​ປະຕິ​ຮູບ​​ການ​ປ້ອງ​ກັນ​ປະ​ເທດ​ແລະ​ການ​ທະຫານ​ຢ່າງ​ລະ​ອຽດ.

​ແຕ່​ວັນ​ທີ 24 ຫາ​ວັນ​ທີ 26 ພະຈິກ​ນີ້, ຄະນະ​ກຳມະການ​ການ​ທະຫານ​ສູນ​ກາງ​ຈີນໄດ້​​ໄຂ​ກອງ​ປະຊຸມ​ກ່ຽວ​ກັບວຽກ​ງານ​​ການ​ປະຕິ​ຮູບ, ​ເພື່ອ​ຈັດ​ຕັ້ງ​ປະຕິບັດ​ໜ້າ​ທີ່​ຂອງ​ການ​ລົງ​​ເລິກ​ການ​ປະຕິ​ຮູບ​ດ້ານ​ການ​ປ້ອງ​ກັນ​ປະ​ເທດ​ແລະ​ການ​ທະຫານ. ກອງ​ປະຊຸມ​ຄັ້ງ​ນີ້​ເປັນ​ສັນຍາ​ລັກ​ສະ​ແດງ​ໃຫ້​ເນັນວ່າການ​ລົງ​ເລິກ​ການ​ປະຕິ​ຮູບ​ດ້ານ​ການ​ປ້ອງ​ກັນ​ປະ​​ເທດ​ແລະ​ການ​ທະຫານ​ຂອງ​ຈີນ​ໄດ້​ກ້າວ​ເຂົ້າ​ສູ່​ໄລຍະ​ປະຕິບັດຕົວ​ຈິງ​.

ທ່ານ​ຢາງ​ຢູຈູ​ນກ່າວ​ເນັ້ນ​ວ່າ, ຈີນ​ຈະຍຶດໝັ້ນ​ຊູ​ທຸງ​ແຫ່ງສັນຕິພາບ, ການ​ພັດທະນາ​ແລະ​ການ​ຮ່ວມ​ມື​ກັນ​ຕະຫຼອດ​ໄປ, ປະຕິບັດ​ນະ​ໂຍບາຍ​ປ້ອງ​ກັນ​ປະ​ເທດ​ທີ່​ມີ​ລັກສະນະ​ປ້ອງ​ກັນ​ຕົວ​ມາ​ໂດຍຕະຫຼອດ. ການ​ທີ່ຫຼຸດ​ກຳລັງ​ຮົບ​ຈຳນວນ​ 3 ​ແສນ​ຄົນ​ໄດ້ສະ​​ແດງ​ໃຫ້​ເຫັນອີກ​ເທື່ອ​ໜຶ່ງ​​ເຖິງຄວາມ​ຕັດສິນ​ໃຈອັນ​ເດັດ​ຂາດ​ຂອງ​ຈີນ​ໃນດ້ານ​ການ​ພັດທະນາ​ໂດຍ​ສັນຕິ​. ກອງທັບຈີນ​ແມ່ນ​ກຳລັງທີ່​ໜຽວ​ແໜ້ນ​ໃນ​ການ​ປົກ​ປ້ອງ​ສັນຕິພາບ​ຂອງ​ໂລກແລະ​ສະ​ຖຽນລະ​ພາບຂອງ​ພາກ​ພື້ນ​ຕະຫຼອດ​ໄປ.

ທ່ານ​ຢາງ​ຢູຈູ​ນກ່າວ​ວ່າ, ໜ້າ​ທີ່​ເປົ້າ​ໝາຍ​ຂອງ​ການ​ປະຕິ​ຮູບ​ຄັ້ງ​ນີ້​ຄື: ຈະ​ໃຫ້​ໄດ້​ຮັບ​ຄວາມ​ຄືບ​ໜ້າ​ທີ່​ມີ​ລັກສະນະ​ບຸກທະລຸ​ໃນ​ດ້ານ​ລະບຽບ​ການ​ຄຸ້ມ​ຄອງ​ບໍລິຫານ​ແລະ​ລະບຽບ​ການ​ບັນຊາ​ຮ່ວມ​ໃນ​ການ​ສູ້​ຮົບ, ​​ໃຫ້ໄດ້​ຮັບ​ຜົນສຳ​ເລັດ​ທີ່​ສຳຄັນ​​ໃນດ້ານ​ການ​ປະຕິ​ຮູບ​ການ​ປັບປຸງ​ອົງປະກອບ​, ການ​ຊຸກຍູ້​​ໃຫ້​ທະຫານ​ກັບ​ປະຊາຊົນ​ພັດທະນາ​ເຊື່ອມ​ໂຍງ​ເຂົ້າກັນ​, ພະຍາຍາມ​ສ້າງ​ເປັນ​ລະບົບ​ກຳ​ລັງກາ​ນທະຫານ​ທີ່ທັນ​ສະ​ໄໝ​ທີ່​ມີ​ສີສັນ​ພິ​ເສດ​ຂອງ​ຈີນທີ່​ຈະ​ຮັບ​ໄຊຊະນະ​ໃນ​ສົງຄາມ​​ແບບຂໍ້​ມູນ​ຂ່າວສານ, ​ແລະປະຕິບັດ​ໜ້າ​ທີ່ຢ່າງ​ມີ​ປະສິດທິພາ​ບ, ບູລະນະລະບຽບ​ການ​ທະຫານ​​ສັງຄົມ​ນິຍົມ​ທີ່​ມີ​ສີສັນ​ພິ​ເສດ​ຂອງ​ຈີນ​ໃຫ້​ສົມບູນ​ກວ່າ​ເກົ່າ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ