ທ່ານ​ນຫຼີ​ເຄີ້ສຽງຊີ້​ແຈງໃຫ້​ເລັ່ງລັດ​ວາງ​​ແຜນການ​ເຄື່ອນ​ໄຫວ"5 ປີ​ຄັ້ງ​ທີ 13"ກ່ຽວ​ກັບ​ການ​ສະກັດ​ກັ້ນ, ປ້ອງ​ກັນ​ ​ແລະ​ປິ່ນປົວພະຍາດ​ເອດ
2015-12-01 11:05:33  cri 

ວັນ​ທີ 1 ທັນວາ​ນີ້​ເປັນ​ວັນ​ພະຍາດ​ເອດ​ໂລກ​ຄັ້ງ​ທີ 28. ​ໃນ​ຫວ່່າງ​ບໍ່​ດົນ​ມາ​ນີ້, ທ່ານ​ຫຼີ​ເຄີ້ສຽງ, ກໍາມະການ​ປະ​ຈໍາ​ກົມ​ການ​ເມືອງສູນ​ກາງ​ພັກ​ກອ​ມມູນິດ​ຈີນ, ນາຍົກລັດຖະ​ມົນ​ຕີ​ຈີນ​ໄດ້​​ໃຫ້​ຄໍາ​ຊີ້​ແຈງທີ່​ສໍາຄັນ​ວ່າ, ການ​ປ້ອງກັນ ​ແລະ​ປິ່ນ​ປົວ​ພະຍາດ​ເອດ​ກ່ຽວຂ້ອງ​ກັບ​ສຸຂະພາບ​ຂອງ​ປະຊາຊົນ ​ກໍ່​ຄື​ຄວາມ​ກົມກຽວ​ປອງ​ດອງ ​ແລະ​ຄວາມ​ໝັ້ນຄົງ​ຂອງ​ສັງຄົມ, ​ເປັນ​ເນື້ອ​ໃນ​ທີ່​ສໍາຄັນ​ໃນ​ການ​ກໍ່ສ້າງ​ຈີນ​ແຫ່ງ​ແຂງ​ແຮງ.

ວຽກ​ງານ​ປ້ອງ​ກັນ ​ແລະ​ປິ່ນ​ປົວ​ພະ​ຍາດ​​ເອດຂອງ​ຈີນ​ໄດ້​ຮັບ​ຜົນ​ສໍາ​ເລັດ​ອັນ​​ພົ້ນ​ເດັ່ນ, ​ແຕ່​ຍັງ​ມີຂໍ້​ຫຍຸ້ງຍາກ​​ແລະ​ສິ່ງ​ທ້າ​ທາຍ​ຫຼາຍ​ຢ່າງ. ຕ້ອງ​ປະຕິບັດ​ຂໍ້​ຕົກລົງ​ຂອງ​ກອງ​ປະຊຸມ​ຄົບ​ຄະນະ​ຄັ້ງ​ທີ 5 ສະ​ໄໝ​ທີ 18 ຂອງ​ພັກ​ກອມ​ມູນິດ​ຈີ​ນກ່ຽວ​ກັບ​ການ​ຊົ​ມ​​ໃຊ້​ຜົນ​ສໍາ​ເລັດ​ແຫ່ງ​ການ​ພັດທະນາ​ຮ່ວມ​ກັນ, ​ແນ​ໃສ່​ຈຸດພິ​ເສດ​ອັນ​ໃໝ່​​ໃນ​ການລະບາດ​ຂອງ​ພະຍາດ​ເອດ, ​ເລັ່ງລັດ​ວາງ​​ແຜນການ​ເຄື່ອນ​ໄຫວ"5 ປີ​ຄັ້ງ​ທີ 13"ກ່ຽວ​ກັບ​ການ​ສະກັດ​ກັ້ນ, ປ້ອງ​ກັນ​ ​ແລະ​ປິ່ນປົວພະຍາດ​ເອດ. ​ເພີ່ມ​ທະວີ​ການ​ລົງທຶນ​, ຮັບປະກັນ​ງົບປະມານ​ດ້ານ​ການ​ປ້ອງ​ກັນ ​ແລະ​ປິ່ນ​ປົວ​ພະຍາດ​ເອ​ດ, ສະໜັບ​ສະ​ໜູນ​ວຽກ​ງານ​ປ້ອງ​ກັນ ​ແລະ​ປິ່ນ​ປົວ​ພະຍ​າດ​ເອດ​ຢູ່​ໃນ​ເຂດ​ທີ່ມີ​ການ​ລະບາດ​ຢ່າງ​ໜັກ​ໜ່ວງ ​ແລະ​ເຂດ​ທຸກ​ຍາກ​ທີ່​ພາກ​ກາງ ​ແລະ​ພາກ​ຕາ​ເວັນ​ຕົກ​ຂອງ​ຈີນ, ປັບປຸງ​ກົນ​ໄກ​ເກື້ອກູນໂຮ​ງໝໍທີ່​ໄດ້​ຮັບ​ການ​ມອບ​ໝາຍ​ໃຫ້​ດໍາ​ເນີນ​ວຽກ​ງານ​ປ້ອງ​ກັນ ​ແລະ​ປິ່ນປົວພະຍາດ​ເອດ. ຄວບ​ຄຸມ​ການລະບາດ​ຂອງ​ພະຍາດ​ເອດ​​ໃນຈີນ​ໃຫ້​ຢູ່​ໃນ​ລະດັບ​ຕໍ່າ, ປະກອບສ່ວນ​ອັນ​ໃໝ່​ເຂົ້າ​ໃນ​ການ​ສ້າງ​ສັງຄົມ​ອິ່ມໜໍາ​ລໍາ​ລານຢ່າງຮອບດ້ານ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ