ນັກຮ້ອງຈີນແລະ 10 ປະເທດອາຊຽນຈະຮ່ວມກັນຮ້ອງເພງເພື່ອມິດຕະພາບຢູ່ນະຄອນຫຼວງປັກກິ່ງ
2015-12-14 15:34:05  cri 

ງານຮ້ອງເພງເພື່ອມິດຕະພາບຈີນ-ອາຊຽນ 2015 ເຊິ່ງແມ່ນວິທະຍຸສາກົນແຫ່ງປະເທດຈີນ (CRI), ພະແນກການພິມຈໍາ ໜ່າຍໜັງສືພິມວິທະຍຸ ຮູບເງົາ ແລະ ໂທລະພາບເຂດກວາງຊີຈີນ ແລະ ສື່ມວນຊົນຂອງ 10 ປະເທດອາຊຽນຮ່ວມກັນເປັນເຈົ້າພາບນັ້ນ ຈະຈັດຂຶ້ນຢູ່ທີ່ນະຄອນຫຼວງປັກກິ່ງ ໃນວັນທີ 16 ທັນວານີ້. ເມື່ອຮອດເວລານັ້ນ, ດາລານັກຮ້ອງຂອງ 10 ປະເທດອາຊຽນພ້ອມດ້ວຍນັກຮ້ອງຂອງຈີນຈະຮ່ວມກັນສະແດງໃນການຮ້ອງເພງເພື່ອມິດຕະພາບໃນຄັ້ງນີ້.

ຈີນແລະບັນດາປະເທດອາຊຽນແມ່ນຢູ່ໃກ້ຄຽງກັນ, ວັດທະນະທຳກໍມີສ່ວນທີ່ເຊື່ອມໂຍງກັນ, ວັດທະນະທຳທີ່ມີເອກະລັກຂອງ ແຕ່ລະປະເທດກໍໄດ້ປະກອບສ່ວນເປັນວັດທະນະທຳພາກພື້ນທີ່ມີຫຼາກຫຼາຍສີສັນ, ໃນນັ້ນ ດົນຕີແມ່ນຮູບແບບສິລະປະທີ່ມີລັກສະນະຕົວແທນກວ່າໝູ່. ງານຮ້ອງເພງເພື່ອມິດຕະພາບຈີນ-ອາຊຽນ 2015 ມີຫົວຂໍ້ວ່າ 'ຮ່ວມກັນຮ້ອງເພງເພື່ອມິດຕະພາບ' ເຊິ່ງມີຈຸດປະສົງເພື່ອຊຸກຍູ້ຄວາມເຂົ້າໃຈລະຫວ່າງປະຊາຊົນຂອງຈີນແລະບັນດາປະເທດອາຊຽນ, ໃຫ້ປະຊາຊົນຂອງຈີນແລະບັນດາປະເທດອາຊຽນມີຄວາມສົນໃຈຕໍ່ວັດທະນະທໍາຂອງປະເທດໃຜລາວ, ແລະເປັນການສົ່ງສຽງມິດຕະພາບອັນມີຄວາມປອງດອງກັນທີ່ສຸດພາຍໃນພາກພື້ນນີ້.

ຝ່າຍໃຫ້ການຮ່ວມມືໃນງານຮ້ອງເພງຄັ້ງນີ້ລວມມີ: ໂທລະພາບແຫ່ງຊາດລາວ, ວິທະຍຸໂທລະພາບບຣູໄນ, ໂທລະພາບແຫ່ງຊາດກຳປູເຈຍ, ໂທລະພາບແຫ່ງຊາດອິນໂດເນເຊຍ, ວິທະຍຸໂທລະພາບມາເລເຊຍ, ວິທະຍຸໂທລະພາບແຫ່ງຊາດມຽນມາ, ໂທລະພາບແຫ່ງຊາດຟິລິບປິນ, ໜັງສືພິມຫຼຽນເຫີຈາວປ້າວສິງກະໂປ, ວິທະຍຸໂທລະພາບແຫ່ງຊາດໄທ, ໂທລະພາບຫວຽດນາມ ແລະອື່ນໆ.

ງານຮ້ອງເພງເພື່ອມິດຕະພາບ ໃນຖານະເປັນກິດຈະກຳແລກປ່ຽນດົນຕີຂ້າມຊາດທີ່ມີຊື່ສຽງ ໄດ້ດຳເນີນມາຢ່າງຕໍ່ເນື່ອງ 5 ຄັ້ງແລ້ວ. ປີ 2015 ນີ້, ກິດຈະກຳດັ່ງກ່າວໄດ້ຈັດຂຶ້ນໂດຍມີການຂະຫຍາຍຕົວແລະກວມລວມເຖິງຈີນແລະ 10 ປະເທດອາຊຽນເປັນຄັ້ງທຳອິດ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ