ອະດີດ​ຜູ້ນຳ​ອິນ​ໂດ​ເນ​ເຊຍ​ອວຍພອນ​ງານ​ຮ້ອງ​ເພງ​ເພື່ອ​ມິດຕະພາບ​ຈີນ-​ອາ​ຊຽນ
2015-12-15 17:30:36  cri 

ຕາມ​ຂ່າວ ​cri: ຫວ່າງ​ມໍ່ໆ​ມາ​ນີ້ ​ຕາມ​ທີ່​ໄດ້​ນັດ​ໝາຍ​​ໄວ້​ກັບ​ພະ​ແນກພາສາ​ອິນ​ໂດ​ເນ​ເຊຍ​ຂອງວິທະຍຸ​ສາກົນ​ແຫ່ງ​ປະ​ເທດ​ຈີນ, ທ່ານ​ໂຢຊຸບ ຮາ​ບີ​ບີ ອະດີດ​ປະທານາທິບໍດີ​ອິນ​ໂດ​ເນ​ເຊຍ​ທີ່​ກຳລັງ​ພັກຜ່ອນ​ຢູ່​ເມືອງ​ມູນິດ​ຂອງ​ເຢຍລະ​ມັນ​ໄດ້​ສົ່ງ​ວິ​ດີ​ໂອ​ຕອນ​ໜຶ່ງ​ໂດຍ​ຜ່ານ​ຜູ້​ຊ່ວຍ​ຂອງ​ທ່ານ, ​ເພື່ອ​ວອຍພອນ​ງານ​ຮ້ອງ​ເພງ​ເພື່ອ​ມິດຕະພາບ​ຈີນ-​ອາ​ຊຽນປີ 2015 ທີ່​ຈະ​ຈັດ​ຂຶ້ນ​ໃນ​ວັນ​ທີ 16 ທັນວາ​ນີ້.

​ໃນ​ຄຳ​ອວຍພອນ, ທ່ານ​ຮາ​ບີ​ບີ ​ກ່າວ​ວ່າ, ສອງ​ປະ​ເທດ​ແລະ​ປະຊາຊົນ​ສອງ​ຊາດ​ອິນ​ໂດ​ເນ​ເຊຍ-​ຈີນ​ມີ​ມິດຕະພາບ​ຕໍ່​ກັນ​ແລະ​ຮ່ວມ​ມື​ກັນ ​ແມ່ນສິ່ງ​ທີ່​ສຳຄັນ​ທີ່​ສຸດ, ​ແມ່ນ​ກຳລັງ​ທີ່​ສຳຄັນ​ໃນ​ການ​ສ້າງ​ໂລກ​ໃຫ້​ດີ​ຂຶ້ນ​ໂດຍ​ສະ​ເພາະ​ແມ່ນ​ສ້າງ​ຄວາມ​ຜາ​ສຸກ​ໃຫ້​ແກ່​ພາກ​ພື້ນ​ອາຊີ. ການ​ຮ່ວມ​ມື​ຮອບດ້ານ​ລະຫວ່າງ​ອິນ​ໂດ​ເນ​ເຊຍ-​ຈີນ​ຄວນ​ສ້າງ​ຂຶ້ນ​ບົນ​ພື້ນຖານ​ແຫ່ງ​ການ​ແລກປ່ຽນ​ດ້ານ​ວັດທະນະທຳ, ການ​ຮ່ວມ​ມື​ດ້ານ​ວິທະຍາສາດ​ເຕັກນິກ​ແລະ​ຕ່າງ​ຝ່າຍ​ຕ່າງໄດ້​ຮັບ​ຜົນ​ປະ​ໂຫຍ​ດດ້ານ​ເສດຖະກິດ. ທ່ານ​ຮາ​ບີ​ບີ​ຂໍ​ວອຍພອນ​ໃຫ້​ງານ​ຮ້ອງ​ເພງ​ເທື່ອ​ນີ້​ດຳ​ເນີນ​ໄປ​ດ້ວຍ​ດີແລະ​ໄດ້​ຮັບ​ຜົນສຳ​ເລັດຢ່າງ​ເຕັມ​ເມັດ​ເຕັມ​ໜ່ວຍ. ທ່ານ​ຍັງ​​ແນະນຳ​ໃຫ້​ຜູ້​ຊົມ​ຈີນ​ຮູ້​ກັບ​ນາງ​ບຸນ​ກາ ຊີ​ຕຼາ ​ເລ​ສຕາຣີ ດາລາຜູ້​ເກັ່ງ​ໃນ​ດ້ານ​ຮ້ອງ​ເພງ ສະ​ແດງ​ຮູບ​ເງົາ​ແລະ​ລະຄອນ​ໂທລະພາບ​ອິນ​ໂດ​ເນ​ເຊຍ​ທີ່​ໄປ​ຮ່ວມ​ງານ​ຮ້ອງ​ເພງ​ເພື່ອ​ມິດຕະພາບ​ຈີນ-​ອາ​ຊຽນ​ໃນ​ຄັ້ງ​ນີ້, ​ແລະ​ຫວັງວ່າການ​ສະ​ແດງ​ຂອງ​ນາງ​ຈະ​ໄດ້​ຮັບ​ຄວາມ​ນິຍົມ​ຊົມ​ຊອບ​ຈາກ​ຜູ້​ຊົມ​ຈີນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ