ຜູ້ຕາງໜ້າສື່​ມວນ​ຊົນ​ຕ່າງປະ​ເທດ​ທີ່​​ເປັນ​ຄູ່​ຮ່ວມ​ມື​ໃນ​ງານ​ຮ້ອງ​ເພງ​ເພື່ອ​ມິດຕະພາບ​ຈີນ-​ອາ​ຊຽນ 2015 ຢ້ຽມຢາມ CRI
2015-12-17 16:49:18  cri 


(ທ່ານຫວາງເກິ່ງໜຽນ ຜູ້ອຳນວຍການ cri ພົບປະກັບຜູ້ຕາງໜ້າສື່ມວນຊົນບັນດາປະເທດອາຊຽນທີ່ມາເຂົ້າຮ່ວມງານຮ້ອງເພງເພື່ອມິດຕະພາບ 2015)






ຕາມ​ຂ່າວ cri: ວັນ​ທີ 16 ທັນວາ​ນີ້ ຜູ້ຕາງໜ້າ​ສື່​ມວນ​ຊົນ​ຕ່າງປະ​ເທດ​ທີ່​ເປັນ​ຄູ່​ຮ່ວມ​ມື​​ໃນ​ງານ​ຮ້ອງ​ເພງ​ມິດຕະພາບ​ຈີນ-​ອາ​ຊຽນ 2015 ທີ່​ມາ​ນະຄອນຫຼວງ​ປັກ​ກິ່ງ​ເພື່ອ​ເຂົ້າ​ຮ່ວມ​ງານ​ຮ້ອງ​ເພງ​ນັ້ນ​ໄດ້​ຢ້ຽມຢາມ​ວິທະຍຸ​ສາ​ກົນ​ແຫ່ງ​ປະ​ເທດ​ຈີນ (CRI), ທ່ານ​ຫວາງ​ເກິ່ງ​ໜຽນ ຜູ້ອຳນວຍການ CRI ​ໄດ້​ພົບ​ປະ​ກັບ​ບັນດາ​ຜູ້ຕາງໜ້າ.

ທ່ານ​ຫວາງ​ເກິ່ງ​ໜຽນ​ໄດ້​ສະ​ແດງ​ຄວາມ​ຕ້ອນຮັບ​ຕໍ່​ບັນດາ​ແຂກຜູ້​ມີ​ກຽດ​ທີ່​ມາຢ້ຽມຢາມ, ທ່ານ​ກ່າວ​ວ່າ, ຈີນ​ກັບ​ບັນດາ​ປະ​ເທດ​ອາ​ຊຽນ​ແມ່ນ​ເພື່ອນ​ບ້ານ​ທີ່​ດີ, ທັງ​ແມ່ນ​ອ້າຍ​ນ້ອງ​ທີ່​ດີ, ສື່​ມວນ​ຊົນ​ລະຫວ່າງ​ສອງ​ຝ່າຍ​ໄດ້​ມີ​ການ​ຮ່ວມ​ມື​ແລະ​ແລກປ່ຽນ​ກັນ​ຢ່າງ​ແໜ້ນ​ແຟ້ນຂຶ້ນ. CRI ຍິນ​ດີ​ຈັດ​ງານ​ຮ້ອງ​ເພງ ​ເພື່ອ​ມິດຕະພາບ​ໃຫ້​ດີ​ຂຶ້ນ, ທັງ​ຈະອີງ​ຕາມ​ຂໍ້​ລິ​ເລີ່​ມ​ແຫ່ງ​ການ​ຮ່ວມ​ມື "​ແລວ​ທາງ​ເສດຖະກິດ​ເສັ້ນທາງ​ສາຍ​ໄໝ ​ແລະ​ເສັ້ນທາງ​ສາຍ​ໄໝ​ທາງ​ທະ​ເລ​ໃນ​ສັດຕະວັດ​ທີ 21" ຫຼື "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ" ​ເປີດ​ກວ້າງ​ການ​ຮ່ວມ​ມື​ກັບ​ບັນດາ​ສື່​ມວນ​ຊົນ​ປະ​ເທດ​ອາ​ຊຽນ​ໃນ​ດ້ານ​ການ​ສຳພາດ​ລາຍ​ງານ​ຂ່າວ, ຈັດ​ທຳລາຍ​ການ, ການ​ເຜີຍ​ແຜ່​ທາງ​ສື່​ໃໝ່​, ​ການ​ແລກປ່ຽນ​ແລະ​ຝຶກ​ອົບຮົມ​ວິ​ຊີ​ສະ​ເພາະ​ແລະ​ດ້ານ​ອື່ນໆ.

ທ່ານ​​ແຄມ ຄູ​ນາ​ວັດ ຜູ້ອຳນວຍການ​ໃຫຍ່​ໂທລະພາບ​ແຫ່ງ​ຊາດ​ກຳປູ​ເຈຍ​ໄດ້​ຕາງໜ້າ​ສື່​ມວນ​ຊົນ​ບັນດາ​ປະ​ເທດ​ອາ​ຊຽນປະກອບ​ຄຳ​ຄິດ​ຄຳ​ເຫັນ ​ໂດຍ​ກ່າວ​ວ່າ, ທ່ານ​ເຫັນ​ດີ​ນຳ​ຂໍ້​ສະ​ເໜີ​ຂອງ​ທ່ານ​ຫວາງ​ເກິ​ງໜຽນກ່ຽວ​ກັບ​ການ​ຮ່ວມ​ມື​ລະຫວ່າງ​ສອງ​ຝ່າຍ. ທ່ານ​ກ່າວ​ວ່າ, ການ​ຮ່ວມ​ມື​ດ້ານ​ສື່​ມວນ​ຊົນ​ແມ່ນ​ມີບົດບາດສຳຄັນ​ທີ່​ສຸດ​ໃນ​ການ​​ໄປມາຫາສູ່​ກັນ​ລະຫວ່າງ​ບັນດາ​ປະ​ເທດ​ອາ​ຊຽນກັບ​ຈີນ. ຄຽງ​ຄູ່​ກັບ​ຈີນ​ກາຍ​ເປັນ​ອົງ​ກອນ​ເສດຖະກິດ​ທີ່​ສຳຄັນ​ໃນ​ໂລກ, ປະຊາ​ຄົມ​ໂລກ​ກໍ່​ມີ​ຄວາມ​ຕ້ອງການ​ຮູ້ຈັກ​ຈີນ​ໃຫ້​ນັບ​ມື້​ນັບ​ຫຼາຍ​ຂຶ້ນ. ສະ​ນັ້ນ ສື່​ມວນ​ຊົນ​ສອງ​ຝ່າຍ​ຄວນ​ຖື​ຂໍ້​ລິ​ເລີ່​ມ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ" ​ແລະ​ການ​ພັດທະນາ​ສື່​ໃໝ່​ເປັນ​ໂອກາດ, ​ເຮັດ​ໃຫ້ການ​ແລກປ່ຽນ​ແລະ​ການ​ຮ່ວມ​ມື​ກັນ​ມີ​ຄວາມ​ແໜ້ນ​ແຟ້ນຂຶ້ນ​ຕື່ມ, ​ເພື່ອ​ປະກອບສ່ວນ​ຂອງ​ຕົນ​ເອງ​ເຂົ້າ​ໃນ​ການ​ຂະຫຍາຍ​ການ​ພົວພັນ​ຈີນ-​ອາ​ຊຽນ.


1 2 3
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ