ງານຮ້ອງເພງເພື່ອມິດຕະພາບຈີນ-ອາຊຽນ 2015 ຈັດຂຶ້ນຢູ່ນະຄອນຫຼວງປັກກິ່ງ
2015-12-17 17:31:14  cri 

ງານຮ້ອງເພງເພື່ອມິດຕະພາບຈີນ-ອາຊຽນ 2015 ຈັດຂຶ້ນຢູ່ນະຄອນຫຼວງປັກກິ່ງ ເຊິ່ງແມ່ນວິທະຍຸສາກົນແຫ່ງປະເທດຈີນ ຫຼື CRI, ພະແນກພິມຈໍາໜ່າຍການໜັງສືພິມ, ວິທະຍຸ, ຮູບເງົາ ແລະ ໂທລະພາບເຂດແຂວງຊີ ພ້ອມດ້ວຍສື່ມວນຊົນຂອງ 10 ປະເທດອາຊຽນຮ່ວມກັນເປັນເຈົ້າພາບນັ້ນ ໄດ້ຈັດຂຶ້ນຢູ່ທີ່ນະຄອນຫຼວງປັກກິ່ງຂອງຈີນໃນວັນທີ 16 ທັນວານີ້. ນັກຮ້ອງຂອງ 10 ປະເທດອາຊຽນ ແລະ ນັກຮ້ອງຂອງຈີນໄດ້ຮ່ວມກັນຂຶ້ນສະແດງຢູ່ເທິງເວທີດຽວກັນ, ຮ່ວມກັນຮ້ອງເພງແຫ່ງມິດຕະພາບ. ທ່ານສີປູ້, ເອກອັກຄະລັດຖະທູດຈີນປະຈຳອາຊຽນ ໄດ້ສົ່ງວີດີໂອສະແດງຄວາມຊົມເຊີຍຕໍ່ງານຮ້ອງເພງຄັ້ງນີ້ຈາກນະຄອນຫຼວງຈາກາຕາຂອງອິນໂດເນເຊຍ.

1 2 3 4 5 6 7 8
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ