ເຂດ​ບໍລິຫານ​ພິ​ເສດ​ຮົງ​ກົງ​ຈີນອອກ​ທຶນ​ການ​ສຶກສາ​ຂອງ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ"ຕໍ່​ນັກ​ສຶກສາ​ຂອງ​ອິນ​ໂດ​ເນ​ເຊຍ
2015-12-17 20:08:10  cri 
ວັນ​ທີ 16 ທັນວາ​ນີ້, ອົງການ​ປົກຄອງ​ຂອງ​ເຂດ​ບໍລິຫານ​ພິ​ເສດ​ຮົງ​ກົງ​ຈີນ​ປະກາດ​ວ່າ: ​ນັບແຕ່​ປີ 2016 ຫາ​ປີ 2017 ​ເປັນຕົ້ນ​ໄປ, ຈະ​ອອກທຶນ​ການ​ສຶກສາ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ" ຕໍ່​ນັກ​ສຶກສາ​ຂອງ​ອິນ​ໂດ​ເນ​ເຊຍ, ​ເພື່ອ​ດຶງ​ດູດ​ນັກ​ສຶກສາ​ຂອງ​ອິນ​ໂດ​ເນ​ເຊຍ​ທີ່​ດີ​ເດັ່ນ​ໄປ​ຮຽນ​ຕໍ່​ຫຼັກສູດ​ປະລິນ​ຍາ​ຕີ​ຢູ່​ເຂດ​ພິ​ເສດ​ຮົງ​ກົງ.

ຕາມຫ້ອງການ​ຖະ​ແຫຼ​ງຂ່າວ​ຂອງ​ອົງການ​ປົກຄອງ​​ເຂດ​ພິ​ເສດ​ຮົງ​ກົງ​ໃຫ້​ຮູ້​ວ່າ: ມື້​ດຽວ​ກັນ, ພະ​ແນ​ກ​ສຶກສາ​ທິການຂອງ​ອົງການ​ປົກຄອງ​ເຂດ​ພິ​ເສດ​ຮົງ​ກົງ​ກັບ​ກະຊວງ​​ສຶກສາທິການ​ແລະ​ວັດທະນະທຳ​ຂອງ​ອິນ​ໂດ​ເນ​ເຊຍ​ໄດ້​ເຊັນ​ບົດ​ບັນ​ທຶກ​ຄວາມ​ເຂົ້າ​ໃຈ​ກ່ຽວ​ກັບການ​ຮ່ວມ​ມື​ດ້ານ​ການ​ສຶກສາ​ຢູ່ນະຄອນຫຼວງ​ຈາ​ກາ​ຕາຂອງ​ອິນ​ໂດ​ເນ​ເຊຍ, ​ເພື່ອ​​ເພີ່ມ​ທະວີ​ການ​ຮ່ວມ​ມື​ດ້ານ​ການ​ສຶກສາ​ລະຫວ່າງ​ສອງ​ທ້ອງ​ຖິ່ນ​ດັ່ງກ່າວ; ອົງການ​ປົກຄອງ​ຂອງ​ເຂດ​ພິ​ເສດ​ຮົງ​ກົງ​​ໄດ້​ເປີດ​ເຜີຍ​ແຜນການ​ທຶນ​ການ​ສຶກສາດັ່ງກ່າວ​ພາຍຫຼັງ​ໄດ້​ເຊັນ​ບົດ​ບັນທຶກ.

​ນັບແຕ່​ປີ 2016 ຫາ​ປີ 2017 ​ເປັນ​ຕົ້ນ​ໄປ, ​ອົງການ​ປົກຄອງ​ຂອງ​ເຂດ​ພິ​ເສດ​ຮົງ​ກົງຈະ​ມອບ​ທຶນ​ການ​ສຶກສາໃຫ້​ນັກ​ສຶກສາອິນ​ໂດ​ເນ​ເຊຍ​ຫຼາຍ​ທີ່​ສຸດ 10 ຄົນ​ທີ່​ມາ​ຮຽນ​ຕໍ່​ຫຼັກສູດ​ປະລິນຍາ​ຕີ​ດ້ວຍ​ທຶນ​ຂອງລັດ​ຢູ່​ເຂດ​ພິ​ເສດ​ຮົງ​ກົງຜູ້​ລະ​ຫຼາຍ​ທີ່​ສຸດ 1 ​ແສນ 2 ໝື່ນ​ໂດ​ລາ​ຮົງ​ກົງຕໍ່​ປີ. ຖ້າ​ຍັງ​ຕ້ອງການ​ທຶນ​ຊ່ວຍ​ເຫຼືອ​​ຕ່າງຫາກ, ຜູ້​ໄດ້​ຮັບ​ທຶນການ​ສຶກສາ​ດັ່ງກ່າວ​ທຸກ​ຄົນ​ຍັງ​ຈະ​ສາມາດ​ໄດ້​ຮັບ​ທຶນ​ການ​ສຶກສາ​ຈຳນວນ 5 ໝື່ນ​ໂດ​ລາ​ຮົງ​ກົງ​ທີ່​​ບໍ​ລິ​ຈາກ​ໂດຍ​ສ່ວນ​ບຸກຄົນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ