ໃນໄລຍະແຜນການ 5 ປີຄັ້ງທີ 12 ຂະແໜງການຈັດສົ່ງດ່ວນຂອງຈີນ ສາມາດຄ້ຳປະກັນໃ ຫ້ການຊື້ເຄື່ອງຜ່ານທ າງອິນເຕີເນັດພ າຍໃນປະເທດລື່ນ 3.000 ຕື້ຢວນ
2016-01-04 16:24:54  cri 

ວັນທີ 4 ມັງກອນນີ້, ແຫຼ່ງຂ່າວຈາກກົມໄປສະນີແຫ່ງຊາດຈີນໃຫ້ຮູ້ວ່າ, ໃນໄລຍະແຜນການ 5 ປີຄັ້ງທີ 12, ຂະແໜງການຈັດສົ່ງດ່ວນ ຂອງຈີນສາມາດຄ້ຳປະກັນໃຫ້ການຊື້ເຄື່ອງຜ່ານທາງອິນເຕີເນັດພາຍໃນປະເທດລື່ນ 3.000 ຕື້ຢວນ. ໜ້າວຽກຂອງຂະແໜງການຈັດ ສົ່ງດ່ວນໄດ້ເພີ່ມຂຶ້ນ 7,8 ເທົ່າ ແລະ ສ້າງລາຍຮັບເພີ່ມຂຶ້ນ 3,8 ເທົ່າ, ເຊິ່ງກວມອັດຕາສ່ວນຂອງ GDP ໄດ້ເພີ່ມຈາກ 0,3% ຂຶ້ນເປັນ 0,6%, ແລະສ້າງວຽກເຮັດງານທຳໃໝ່ຫຼາຍກວ່າ 1 ລ້ານຕຳແໜ່ງ.

ທ່ານມ໊າຈິ່ນເຊິ້ງ, ຫົວໜ້າກົມໄປສະນີແຫ່ງຊາດ ກ່າວວ່າ, ໃນໄລຍະແຜນການ 5 ປີຄັ້ງທີ 12, ຂະແໜງການໄປສະນີເກີດຄວາມຂັດແຍ້ງ ທີ່ມີລັກສະນະອົງປະກອບຢ່າງພົ້ນເດັ່ນ, ຂະໜາດຂອງວິສາຫະກິດໄດ້ຂະຫຍາຍຕົວຢ່າງວ່ອງໄວ, ແຕ່ການຍົກສູງລະດັບຄວາມເທດ ເໝາະແລະປະສິດທິພາບດ້ານການສະໜອງຍັງມີໜ້າທີ່ອັນໜັກໜາຢູ່ຄືເກົ່າ. ໃນຕໍ່ໜ້າ, ຈະສຸມໃສ່ແກ້ໄຂບັນຫາຕ່າງໆ ເຊັ່ນ: ລົດສົ່ງເຄື່ອງ ດ່ວນເດີນທາງເຂົ້າເຖິງບ່ອນເປົ້າໝາຍຍາກ, ການຊອກຫາທີ່ດິນເພື່ອສ້າງສູນຈັດແບ່ງພັດສະດຸໄປສະນີຍາກ, ການສົ່ງເຄື່ອງໄປຮອດບ່ອນ ເປົ້າໝາຍຍາກ, ພື້ນຖານຄວາມປອດໄພຍັງອ່ອນ ແລະ ຄວາມສາມາດດ້ານການຕິດຕາມຄຸ້ມຄອງຍັງບໍ່ພຽງພໍ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ