ຈະ​ສະ​ແດງລະຄອນ​ຟ້ອນ​ເລື່ອງ "ສະ​ແຫວ​ງຫາ​ຄວາ​ມຝັນ​ຢູ່​ເສັ້ນທາງ​ສາຍ​ໄໝ​ທາງ​ທະ​ເລ"
2016-01-11 17:30:13  cri 
ວັນ​ທີ 7 ມັງກອນ​ນີ້, ລະຄອນ​ຟ້ອນ​​ເລື່ອງ "ສະ​ແຫວ​ງຫາ​ຄວາ​ມຝັນ​ຢູ່​ເສັ້ນທາງ​ສາຍ​ໄໝທາງ​ທະ​ເລ" ​ໄດ້​ບັນ​ລະ​ຍາຍ​ເລື່ອງລູກ​ເຮືອ​ຟູ​ຈ້ຽນຂອງ​ຈີນ​ສ້າງ​ເສັ້ນທາງ​ສາຍ​ໄໝ​ທາງ​ທະ​ເລ​ເມື່ອ​ 800 ກວ່າ​ປີກ່ອນ​ລະຄອນ​ຟ້ອນ​ເລື່ອງ​ນີ້​ຈະ​ໄດ້ສະ​ແດງ​ຢູ່​ໃນ​ທົ່ວ​ປະ​ເທດ​ຈີນ, ​ກ່ອນຈະ​ໄປສະ​ແດງ​ຢູ່​ປະ​ເທດ​ກໍຄື​ເຂດ​ແຄວ້ນ​ຕ່າງໆຕາມ​ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ" ​ເຊັ່ນ: ສິງກະ​ໂປ, ອິນ​ໂດ​ເນ​ເຊຍ, ມາ​ເລ​ເຊຍ, ​ໄທ ​ແລະ​ກຳປູ​ເຈຍ​ເປັນ​ຕົ້ນ. ຜ່ານ​ສິລະປະການ​ສະ​ແດງ​ເພື່ອສົ່ງ​ເສີມ​ມູນ​ເຊື້ອ​ແຫ່ງ​ສັນຕິພາບ​ແລະໄມຕີ​ຈິດ​ມິດຕະພາບ​ຂອງ​ປະຊາຊົນ​ຈີນ​ກໍຄືຄວາມ​ມຸ່ງ​ມາດ​ປາຖະໜາ​ອັນ​ດີງາມ​​ໃນ​ການຮ່ວມ​ກັນ​ສ້າງ​ເສັ້ນທາງ​ສາຍ​ໄໝ​ທາງ​ທະ​ເລ​ສະຕະວັດ​ທີ 21.

​ ​ລະຄອນ​ເລື່ອງດັ່ງກ່າວ​ມີຄວາມ​ເປັນ​ເອກະລັກທາ​ງພາກ​ໃຕ້​ຂອງ​ແຂວງ​ຟູ​ຈ້ຽນ​ເປັນ​ຕົ້ນຕໍ ທັງ​​ໄດ້ປະສົມ​ປະສານ​ເອກະລັກຂອງ​ປະ​ເທດ​ຢູ່​ຕາມ​ເສັ້ນທາງ​ສາຍ​ໄໝກໍຄື​ແຂວງ​ຢູ່​ຕາມ​​ແຄ​ມຝັ່ງທະ​ເລ ​ໂດຍ​ໄດ້​ສ່ອງ​ແສງ​ໃຫ້​ເຫັນ​ບົດບາດ​ອັນ​ສຳຄັນ​ທາງ​​ປະຫວັດສາດ​ຂອງ​ແຂວງ​ຟູ​ຈ້ຽນຢ່າງ​​ເຕັມ​ສ່ວນ​ໃນ​ການ​ສ້າງ​ເສັ້ນທາງ​ສາຍໄໝ​ທາງ​ທະ​ເລ,ການ​ຕິດ​ຕໍ່​ພົວພັນ​​ທາງ​ການ​ຄ້າ​ແລະການ​​ໄປມາຫາສູ່​ກັນ​ລະຫວ່າງປະຊາຊົນ​ທົ່ວໂລກ ​ແລະ​ການ​ປົກ​ປັກ​ຮັກສາ​ຂະ​ບວນການ​ເຊື່ອມ​ໂຍງ​ດ້ານ​ວັດທະນະທຳ​ລະຫວ່າງ​ປະ​ເທດ​ຕາ​ເວັນ​ຕົກ​​ແລະຕາ​ເວັນ​ອອກ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ