ຈີນ​ກາຍ​ເປັນ​ປະ​ເທດ​ທີ່​ຊັບພະຍາກອນ​ປ່າ​ໄມ້​ເພີ່ມ​ຂຶ້ນ​ຫຼາຍ​ທີ່​ສຸດ​ໃນ​ໂລກ
2016-01-11 16:09:19  cri 
ຕາມ​ຂ່າວCRI: ວັນ​ທີ 10 ມັງກອນ​ນີ້, ​ໃນກອງປະຊຸມ​ພະ​ແນ​ກປ່າ​ໄມ້​ທົ່ວ​ປະ​ເທດ​ຈີນ​ທີ່​ໄຂ​ຂຶ້ນ​ຢູ່​ນະຄອນ​ສາງ​ຊ່າ​ແຂວງ​ຫູ​ນານ​​ໄດ້​ເປີດ​ເຜີຍ​ໃຫ້​ຮູ​ວ່າ, ​ໃນ​ "​ແຜນການ​ພັດທະນາ 5 ປີ​ຄັ້ງ​ທີ 12" ຈີນ​ໄດ້​ເລັ່ງລັດການ​ເພີ່ມ​ເນື້ອ​ທີ່​ສີຂຽວ, ອັນ​ເຮັດ​ໃຫ້ອັດຕາ​ປົກ​ຫຸ້ມຂອງປ່າ​ໄມ້​ຢູ່​ຈີນ​ໄດ້​​ເພີ່ມ​ຂຶ້ນເປັນ 21.66%, ​​​ເຊິ່ງຖື​ເປັນ​ຜົນສຳ​ເລັດ​ຂອງ​ການ​ປະຕິບັດ "​ແຜນການ​ພັດທະນາ 5 ປີ​ຄັ້ງ​ທີ 12", ​​ແລະ​ສົ່ງ​ຜົນ​ໃຫ້​ກາຍ​ເປັນ​ປະ​ເທດ​ທີ່​ຊັບພະຍາກອນ​ປ່າ​ໄມ້​ເພີ່ມ​ຂຶ້ນ​ໄວ​ທີ່​ສຸດ​ໃນ​ໂລກ.

ພາກສ່ວນ​ທີ່​ກ່ຽວຂ້ອງ​ຍັງ​ໄດ້​ວາງ​ແຜນປູກ​ຕົ້ນ​ໄມ້​ໃຫ້​ໄດ້ 7 ລ້ານ 1 ​ແສນ 1 ໝື່ນ​​ເຮັກຕາ, ​ເພື່ອ​ເຮັດ​ໃຫ້​ອັດຕາ​ປົກ​ຫຸ້ມ​ຂອງປ່າ​ໄມ້​​ເພີ່ມຂຶ້ນ​ເປັນ 23,04% ​ໃນ​​ໄລຍະ​ທ້າຍ​ຂອງ​​ແຜນການ​ພັດທະນາ 5 ປີ​ຄັ້ງ​ທີ 13, ລວມທັງ​ເຮັດ​ໃຫ້ມູນ​ຄ່າການ​ບໍລິການ​ດ້ານ​ຊີວະ​ພາບ​ປ່າ​ໄມ້​ບັນລຸ 1500 ຕື້​ຢວນ, ​ເນື້ອ​ທີ່​ດິນ​ຊຸ່ມ​ບໍ່​ຕ່ຳ​ກວ່າ 56 ລ້ານ 8 ​ແສນ 8 ໝື່ນ​ເຮັກຕາ, ​ແລະ​ເພີ່ມເນື້ອ​ທີ່​​ເຂດ​ສະ​ຫງ​ວນທຳ​ມະ​ຊາດປ່າ​ໄມ້​​ໃຫ້​ໄດ້ຫຼາຍ​ກວ່າ 17% ​ໃນ​ທົ່ວ​ປະ​ເທດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ