ຈີນ​ຄາດ​ວ່າເສດຖະກິດ​ຈີນໃນ​ປີ 2015 ​ຈະ​​ເພີ່ມ​ຂຶ້ນປະມານ 7%
2016-01-12 19:36:31  cri 
ວັນ​ທີ 12 ມັງກອນ​ນີ້, ທ່ານ​ຫຼີຜູ​ມິນ, ​ໂຄສົກ​​ຂອງ​ຄະນະ​ກຳມະການພັດທະນາ​ແລະ​ປະຕິ​ຮູບ​ແຫ່ງ​ລັດ​ຈີນ​ກ່າວ​ໃນ​ກອງ​ປະຊຸມ​ຂ່າວ​ວ່າ: ປີ 2015, ​ເສດຖະກິດ​ຂອງ​ຈີນ​​ໄດ້​ໝູ​ນ​ເດີນ​ຢ່າງ​ໝັ້ນ​ທ່ຽງ​ໂດຍ​ລວມ, ຄາດ​ວ່າຄວາມ​ໄວ​ຂອງ​ການ​ເຕີບ​ໂຕຈະ​ມີ​ເຖິງ​ປະມານ 7%, ຖືກ​ກັບ​ເປົ້າ​ໝາຍ​ທີ່​ໄດ້​ຄາດ​ໄວ້​ລ່ວງ​ໜ້າ​ໂດຍ​ພື້ນຖານ.

ທ່ານ​ຫຼີຜູມິນ​ກ່າວ​ຕື່ມ​ວ່າ: ປີ 2015 ​ແມ່ນ​ປີ​ສຸດທ້າຍ​ຂອງ​ແຜນການ 5 ປີ​ຄັ້ງ​ທີ 12, ອີງ​ຕາມ​​​​ໂຄງ​ຮ່າງຂອງ​ແຜນການ​ພັດທະນາ 5 ປີ​ຄັ້ງ​ທີ 12, ຄາດ​ວ່າຕົວ​ເລກ​ດັດຊະນີ​ທີ່​ສຳຄັນ​​ 24 ລາຍການໃນ​ດ້ານການ​ພັດທະນາ​ເສດຖະກິດ-ສັງຄົມລ້ວນ​ແຕ່​ຈະສາມາດ​ສຳ​ເລັດ​ໄດ້​ໂດຍ​ພື້ນຖານ, ​ໂດຍ​ສະ​ເພາະ​ແມ່ນ​ຕົວ​ເລກ​ດັດຊະນີ​ທີ່​ມີ​ຄວາມ​ຈຳກັດ​ໃນ​ຫຼາຍ​ດ້ານ​ເຊັ່ນ: ສະພາບ​ແວດ​ລ້ອມ​ດ້ານ​ຊັບພະຍາກອນ, ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ແລະ​ດ້ານ​ອື່ນໆ​ຈະ​ສາມາດ​ສຳ​ເລັດ​​ໄດ້ໂດຍ​ເກີນ​ຄາດໝາຍ, ກຳລັງ​ຕົວ​ຈິງ​ທາງ​ດ້ານ​ເສດຖະກິດ​, ວິທະຍາສາດ​ເຕັກ​ໂນ​ໂລ​ຊີ, ການ​ປ້ອງ​ກັນ​ປະ​ເທດ​ແລະ​ອິດ​ທິພົນ​ໃນ​ເວທີ​ສາກົນຂອງ​ຈີນ​ໄດ້​ກ້າວ​ຂຶ້ນ​ສູ່ລະດັບທີ່​ໃຫຍ່​ອັນ​ໜຶ່ງອີກ, ​​ໂດຍໄດ້​ສ້າງ​ພື້ນ​ຖານທີ່​ດີໃຫ້​ແກ່​ການ​ພັດທະນາ​ເສດຖະກິດ-ສັງຄົມ​ໃນ​​ໄລຍະ​ແຜນການ 5 ປີ​ຄັ້ງ​ທີ 13.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ