ສະຫາຍ ທອງສິງ ທຳມະວົງສະເໜີຮ່າງວິໄສທັດ ແລະ ຍຸດທະສາດການພັດທະນາເສດຖະກິດ-ສັງຄົມ
2016-01-18 16:05:08  cri 
  ໃນວາລະດຳເນີນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ X ຂອງພັກປະຊາຊົນປະຕິວັດລາວ ໃນວັນທີ 18 ມັງກອນ 2016, ສະຫາຍ ທອງສິງ ທຳມະວົງ ກຳມະການກົມການເມືອງສູນກາງພັກໄດ້ສະເໜີຮ່າງວິໄສທັດປີ 2030, ຍຸດທະສາດການພັດທະນາເສດຖະກິດ-ສັງຄົມໄລຍະ 10 ປີ(2016-2025) ແລະແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີຄັ້ງທີ VIII (2016-2020), ຂະນະ​ດຽວ​ກັນ​ກໍ​ໄດ້ຍົກໃຫ້ເຫັນຜົນສຳເລັດການພັດທະນາດ້ານຕ່າງໆໄລຍະ 15 ປີຜ່ານມາເຊິ່ງເຫັນວ່າເສດຖະກິດແຫ່ງຊາດຂະຫຍາຍຕົວໃນຈັງຫວະໄວແລະຕໍ່ເນື່ອງ, ເສດຖະກິດມະຫາພາກ ໝັ້ນທ່ຽງໂດຍພື້ນຖານລວມຍອດຜະລິດຕະພັນພາຍໃນ (GDP) ສະເລ່ຍບັນລຸ 7,4% ຕໍ່ປີ, ສະເລ່ຍລາຍຮັບເພີ່ມຂຶ້ນຈາກ 319 ໂດລາສະຫະລັດໃນປີ 2011 ເປັນ 1.970 ໂດລາສະຫະລັດໃນສົກປີ 2014-2015, ພິເສດໃນປີ 2011, ທະນາຄານໂລກໄດ້ເລື່ອນສປປລາວຈາກກຸ່ມປະເທດທີ່ມີລາຍຮັບຕ່ຳຂຶ້ນມາສູ່ປະເທດທີ່ມີລາຍຮັບປານກາງໃນລະດັບຕ່ຳ.

  ບົນພື້ນຖານຂອງຜົນສຳເລັດດັ່ງກ່າວ, ສະຫາຍ ທອງສິງ ທຳມະວົງ ໄດ້ຊີ້ໃຫ້ເຫັນເຖິງຄຳຂວັນຂອງວິໄສທັດຮອດປີ 2030 ແລະຍຸດທະສາດຮອດປີ 2025 ຄື:"ສູ້ຊົນພັດທະນາປະເທດຊາດໃຫ້ຫລຸດພົ້ນຈາກສະຖານະພາບດ້ອຍພັດທະນາໃນປີ 2020 ກ້າວໄປສູ່ປະເທດກຳລັງພັດທະນາທີ່ມີລາຍຮັບປານກາງຕາມທິດການພັດທະນາສີຂຽວແລະຍືນຍົງເມື່ອເຖິງປີ 2030". ສຳລັບຍຸດທະສາດການພັດທະນາເສດຖະກິດໄລຍະ 10 ປີ (2016-2025) ຕ້ອງຕັ້ງໜ້າຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ X ແລະ XI ຂອງພັກໃຫ້ເປັນຍຸດທະສາດພັດທະນາເສດຖະກິດ-ສັງຄົມຕາມທິດສ້າງບາດກ້າວບຸກທະລຸທັງ 4 ດ້ານ; ສູ້ຊົນພັດທະນາຢ່າງສົມສ່ວນລະຫວ່າງເສດຖະກິດ, ວັດທະນະທຳ-ສັງຄົມແລະປົກປັກຮັກສາສິ່ງແວດລ້ອມ. ສ່ວນແຜນພັດທະນາໄລຍະ 5 ປີຄັ້ງທີ VIII ໄດ້ຕັ້ງ 18 ເປົ້າໝາຍພັດທະນາແບບຍືນຍົງ ເຮັດໃຫ້ເສດຖະກິດແຫ່ງຊາດຂະຫຍາຍຕົວຕໍ່ເນື່ອງໝັ້ນທ່ຽງແລະມີຄຸນນະພາບ, ສືບຕໍ່ເປີດກວ້າງການຮ່ວມມືກັບສາກົນດ້ວຍຫລາຍຮູບແບບຢ່າງເປັນເຈົ້າການຕາມທິດຕ່າງຝ່າຍຕ່າງມີຜົນປະໂຫຍດ, ສ້າງເງື່ອນໄຂທີ່ອຳນວຍໃຫ້ແກ່ການເຊື່ອມໂຍງແລະເຊື່ອມຈອດກັບພາກພື້ນແລະສາກົນ.

  ສິ່ງສຳຄັນຕ້ອງຮັບປະກັນສະຖຽນລະພາບທາງການເມືອງ, ຄວາມສະຫງົບແລະຄວາມເປັນລະບຽບຮຽບຮ້ອຍໃນສັງຄົມຢ່າງໜັກແໜ້ນ,ສືບຕໍ່ແກ້ໄຂຄວາມທຸກຍາກຂອງປະຊາຊົນໃຫ້ທົ່ວເຖິງໂດຍຊຸກຍູ້ການເຕີບໂຕ ທີ່ຕໍ່ເນື່ອງສົມດູນແລະຍືນຍົງທັງຄຸ້ມຄອງແລະນຳໃຊ້ ຊັບພະຍາກອນທຳມະຊາດຢ່າງມີປະສິດທິຜົນສູງ, ສ້າງໃຫ້ການຫັນປ່ຽນຮູບແບບການພັດທະນາຕາມທິດຂະຫຍາຍທ່າແຮງທີ່ບົ່ມຊ້ອນແລະຂໍ້ໄດ້ປຽບຂອງປະເທດຢ່າງເປັນເຈົ້າການ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ