ໄລຍະ​ທາງ​ລົດ​​ໄຟ​ຄວາມ​ໄວ​ສູງ​ຂອງ​ຈີນ​​ເປັນ​ອັບ​ດັບ​ໜຶ່ງ​​ໃນ​ໂລກ
2016-01-18 10:58:31  cri 
    ນັບ​ແຕ່​ປະຕິບັດ​ແຜນການ 5 ປີ​ຄັ້ງທີ 12 ​ເປັນຕົ້ນມາ, ລັດ​ວິ​ສາ​ຫະກິດ​ທາງ​ລົດ​ໄຟ​ຈີນ ​ໄດ້​ເລັ່ງ​ກໍ່ສ້າງ​ຕາໜ່າງທາງ​ລົດ​​ໄຟ​ ​ໂດຍ​ຖື​ເອົາ​ທາງ​ລົດ​ໄຟ​ຄວາມ​ໄວ​ສູງ​ເປັນ​ຫຼັກ ​ແລະ​ໄດ້​ສ້າງ​ສຳ​ເລັດ​ໃນ​ຂັ້ນພື້ນຖານ. ​ມາ​ຮອດ​ທ້າຍ​ປີ 2015, ​ໄລຍະ​ທາງ​ລົດ​ໄຟ​ຄວາມ​ໄວ​ສູງຂອງ​ຈີນ​ທີ່​​ໄດ້​ເປີດ​ບໍລິການ​ແລ້ວ​ ມີ​ຄວາມ​ຍາວ 19.000 ກິ​ໂລ​ແມັດ ຄອງ​ອັນ​ດັບ​​ໜຶ່ງ​ຂອງ​ໂລກ ​ແລະ​​ເມື່ອ​ລວມກັບ​ການ​ບໍລິການ​ຂອງ​ທາງ​ລົດ​​ໄຟ​ອື່ນໆ​​ແລ້ວ ​ເຮັດ​ໃຫ້ການຂົນ​ສົ່ງຄົນ​ໂດຍສານມີ​ຄວາມ​ວ່ອງ​ໄວ ທັງ​ສາມາດ​ປົກ​ຄຸມ​ຕົວ​ເມືອງ​ທີ່​ມີ​ປະຊາກອນຫຼາຍກວ່າ 5 ​ແສນ​ຄົນ​ໄດ້​ໂດຍ​ພື້ນຖານ.

    ໃນ​ໄລຍະ​ປະຕິບັດແຜນການ 5 ປີ​ຄັ້ງທີ 12, ຈີນ​ໄດ້​​ລົງທຶນພັດທະນາທາງ​ລົດ​ໄຟ​ 358 ລ້ານ​ຢວນ ເພີ່ມ​ຂຶ້ນ 47,3% ​ເມື່ອ​ທຽບ​ໃສ່​ໄລຍະ​ປະຕິບັດແຜນການ 5 ປີຄັ້ງທີ 11, ​ໃນ​ນີ້​ເປັນ​​ການ​ກໍ່ສ້າງທາງ​ລົດ​ໄຟສາຍ​ໃໝ່​ຍາວ 30.500 ກິ​ໂລ​ແມັດ ​​ເພີ່ມ​ຂຶ້ນ 109%. ​ນັບ​ວ່າ​ເປັນ​​ໄລຍະ​ 5 ປີ​ທີ່​ໄດ້​ລົງທຶນ​ແລະ​ສ້າງ​ທາງ​ລົດ​ໄຟ​ສາຍ​ໃໝ່ຫຼາຍທີ່​ສຸດ​ໃນ​ປະຫວັດສາດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ