ທ່ານບຸນຕຽງ ສຸລິເສດ ຫົວໜ້າກົມຮັກສາສຸຂະພາບສູນກາງ ໃຫ້ສໍາພາດຕໍ່ນັກຂ່າວ CRI
2016-01-19 15:15:04  cri 

  ຕອນບ່າຍວັນທີ 18 ມັງກອນ 2016 ນີ້ ທີ່ຫໍປະຊຸມໃຫຍ່ແຫ່ງຊາດ ນະຄອນຫຼວງວຽງຈັນ. ດຣ. ບຸນຕຽງ ສຸລິເສດ ຫົວໜ້າກົມປິ່ນປົວ,​ ຫົວໜ້າໜ່ວຍງານຮັກສາສຸຂະພາບກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ 10 ຂອງພັກ ໄດ້ໃຫ້ສໍາພາດຕໍ່ນັກຂ່າວ CRI ວ່າ: ຂ້າພະເຈົ້າພາກພູມໃຈເປັນຢ່າງຍິ່ງທີ່ໄດ້ຈັດຕັ້ງໜ່ວຍແພດຮັບໃຊ້ກອງ​ປະຊຸມ​ໃຫຍ່ດັ່ງກ່າວ 23 ຄົນ, ​ໃນ​ນີ້ມາຈາກກົມຮັກສາສຸຂະພາບສູນກາງ 19 ຄົນ,​ ຂະ​ແໜງ​ຫົວ​ໃຈໂຮງໝໍມະໂຫສົດ ແລະ ຊ່ຽວຊານ​ຫົວ​ໃຈໂຮງໝໍມິດຕະພາບ​ໂດຍໄດ້​ແບ່ງ​ອອກ​ເປັນ 2 ຈຸດ ທັງດ້ານໜ້າ ແລະ ຫຼັງຫໍປະຊຸມແຫ່ງຊາດ ເພື່ອບໍລິການຮັບໃຊ້​ແລະຮັກສາສຸຂະພາບ ຜູ້ແທນທີ່ເຂົ້າຮ່ວມກອງປະຊຸມ. ຂະນະ​ດຽວ​ກັນ ທີມແພດໄດ້ກະກຽມວັດຖຸ ແລະ ເຄື່ອງໃຊ້ທີ່ຈຳເປັນຈໍານວນໜື່ງ ເພື່ອຮັບໃຊ້ໃຫ້ດີທີ່ສຸດ. ​ແນວ​ໃດ​ກໍ​ດີ​ຢູ່​ດ້ານ​ນອກ​ຫ້ອງປະຊຸມຍັງມີໜ່ວຍແພດ ທີ່ຂຶ້ນກັບກະຊວງສາທາລະນະສຸກ ໄດ້ລວມທັງໜ່ວຍແພດຈາກກະຊວງປ້ອງກັນຊາດ ແລະ ປ້ອງກັນຄວາມສະຫງົບຕື່ມ​ອີກ.

  ທ່ານ ກ່າວຕື່ມວ່າ: ຂ້າພະເຈົ້າເປັນຜູ້ໜຶ່ງ, ທີ່ໄດ້ຕິດຕາມຜູ້ນໍາສູງສຸດຂອງປະເທດທີ່ເຄື່ອນໄຫວຢ້ຽມຢາມປະຊາຊົນ​ໃນທົ່ວປະເທດ​ເຊິ່ງກໍ​ເຫັນ​ການປ່ຽນແປງກ້າວໜ້າໃໝ່ ​ເປັນ​ຕົ້ນວັດທະນະທໍາ-ສັງຄົມຂະຫຍາຍຕົວ, ເສດຖະກິດກໍເຕີບໃຫຍ່ເຂັ້ມແຂງ. ນີ້​ເປັນ​ເທື່ອ​ທີ 5 ທີ່ຂ້າພະເຈົ້າໄດ້​ໃກ້ຊິດການນໍາ ແລະ ຮັບໃຊ້ກອງປະຊຸມໃຫຍ່ ເຊິ່ງເຫັນວ່າ, ປະ​ເທດ​ຊາດ​ໄດ້​ຮັບການພັດທະນາໄປຕາມທິດທີ່ກໍານົດໄວ້ໂດຍ​ສະ​ເພາະ ການພັດທະນາເສດຖະກິດ-ສັງຄົມ ໄລຍະ 5 ປີ ແຕ່ລະໄລຍະ. ຂ້າພະ​ເຈົ້າສຸດທີ່ພາກພູມໃຈ​ແລະ​ສະ​ແດງ​ຄວາມຮູ້ບຸນຄຸນພັກ-ລັດເປັນຢ່າງສູງ ທີ່ໄດ້ນໍາພາປະເທດຊາດບ້ານເມືອງ ຈະເລີນກ້າວໜ້າຈົນຮອດປັດຈຸບັນ.

  ໃນໂອກາດນີ້, ໃນນາມສ່ວນ​ໂຕ ແລະ ໃນນາມແພດຜູ້​ໜຶ່ງທີ່ຮັບໃຊ້ກອງປະຊຸມໃຫຍ່ ຄັ້ງທີ 10 ຂອງພັກ, ຂໍອວຍພອນຜູ້ແທນກອງປະຊຸມໃຫຍ່ມີສຸຂະພາບເຂັ້ມແຂງ,​ ປະສົບ​ຜົນສໍາເລັດໃນໜ້າທີ່ ອັນ​ມີ​ກຽດນໍາພາປະເທດຊາດໃຫ້ຈະເລີນຮຸ່ງເຮືອງກວ່າເກົ່າ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ