ໃນໂອກາດເຂົ້າຮ່ວມກອງປະຊຸມຄັ້ງນີ້, ແຂວງຜົ້ງສາລີໄດ້ປະກອບຄຳເຫັນໃນຫົວຂໍ້ການຊຸກຍູ້ສົ່ງເສີມການຜະລິດເປັນສິນຄ້າຊຶ່ງບ້ານນາຫວາຍ ເມືອງບຸນໃຕ້ ເປັນບ້ານທົດລອງສາມສ້າງເຊິ່ງເມື່ອກ່ອນປະຊາຊົນບ້ານນີ້ຖາງປ່າເຮັດໄຮ່,ແຕ່ພາຍຫຼັງສຳເລັດກອງປະຊຸມໃຫຍ່ຄັ້ງທີ IX ອຳນາດການປົກຄອງໄດ້ເອົາໃຈໃສ່ຊຸກຍູ້ສົ່ງເສີມຮອບດ້ານເຮັດໃຫ້ບ້ານດັ່ງກ່າວ ກາຍເປັນບ້ານພັດທະນາດັ່ງທຸກວັນນີ້. ທີ່ໜ້າເດັ່ນຜ່ານການຈັດຕັ້ງມະຕິ IX ເຫັນວ່າມີຫຼາຍດ້ານໄດ້ຮັບຜົນສຳເລັດເປັນກ້າວ ໆ ໂດຍສິ່ງສຳຄັນທົ່ວແຂວງສືບຕໍ່ມີສະຖຽນລະພາບທາງການ ເມືອງໜັກ ແໜ້ນ, ສັງຄົມມີຄວາມສະຫງົບເປັນລະບຽບຮຽບຮ້ອຍ, ເສດຖະກິດຂະຫຍາຍຕົວຕໍ່ເນື່ອງ, ໂດຍເຫັນໄດ້ຈາກການເຕີບໂຕຂອງຈີດີພີສະເລ່ຍໃສ່ຫົວຄົນ 789 ໂດລາຕໍ່ຄົນຕໍ່ປີທຽບໃສ່ປີ 2010 ລື່ນເຄິ່ງໜຶ່ງ, ປະຊາຊົນບັນດາເຜົ່າມີຊີວິດການເປັນຢູ່ດີຂຶ້ນ ອັນສຳຄັນໂຄງລ່າງພື້ນຖານ ໄດ້ຮັບການປັບປຸງກໍ່ສ້າງເຮັດໃຫ້ການໄປມາສະດວກສະບາຍ, ອັດຕາສ່ວນຊົມໃຊ້ບັນລຸ 50-60%ທຽບໃສ່ປີ 2010 ລື່ນເຄິ່ງໜຶ່ງ, ປັດຈຸບັນບ້ານທຸກຍາກຫຼຸດລົງເຫຼືອ 63%, ຄອບຄົວທຸກຍາກມີ 23% ທຽບໃສ່ປີ 2011. ເດັ່ນກວ່າໝູ່ແມ່ນການຜະລິດເປັນສິນຄ້າກ້າວກະໂດດໄວ ໂດຍສະເພາະແມ່ນກະສິກຳ, ການປູກ, ການລ້ຽງ. ນອກຈາກນັ້ນກໍໄດ້ສຸມໃສ່ປະຕິບັດເປົ້າ ໝາຍສະຫັດສະວັດດ້ານການພັດທະນາຕາມມະຕິ IX ຊຶ່ງແຕ່ລະດ້ານລ້ວນແຕ່ໄດ້ຮັບຜົນສຳເລັດ, ເວົ້າສະເພາະ ແມ່ນການສຶກສາໂດຍໄດ້ສຳເລັດການລົບລ້າງຊັ້ນປະຖົມພາກບັງຄັບທັງໄດ້ສຸມໃສ່ຈັດຕັ້ງຮ່ຳຮຽນຊັ່ນມັດທະຍົມຕົ້ນຢ່າງເປັນຂະບວນການຟົດຟື້ນ.
ເພື່ອເຮັດໃຫ້ມະຕິກອງປະຊຸມໃຫຍ່ຄັ້ງທີ X ຂອງພັກໄດ້ຮັບການປະຕິບັດຕົວຈິງນັ້ນຈະນຳເອົາເນື້ອໃນຈິດໃຈຂອງມະຕິດັ່ງກ່າວໄປເຜີຍແຜ່ໃນທົ່ວພັກກໍຄືປະຊາຊົນໄດ້ຮັບຮູ້ ແລະ ເຂົ້າໃຈ, ສຳຄັນຕ້ອງໄດ້ຫັນເອົາ ພະນັກງານວິຊາການລົງແຕ່ລະເຂດຈຸດສຸມ ເພື່ອຊີ້ນຳ ໆ ພາ ແລະ ປະຕິບັດວຽກງານຕົວຈິງໃຫ້ຫຼາຍຂຶ້ນ, ເພື່ອລົບລ້າງຄວາມທຸກຍາກຂອງປະຊາຊົນທີ່ຍັງເຫຼືອໃຫ້ໄດ້ຢ່າງສິ້ນເຊີງໂດຍການສຸມທຸກກຳລັງແຮງກໍຄືແຫຼ່ງທຶນຕ່າງ ໆ,ນຳໃຊ້ທ່າແຮງທີ່ບົ່ມຊ້ອນທາງທຳມະຊາດສົມທົບກັບກາລະໂອກາດທີ່ມີເຮັດໃຫ້ແຂວງຜົ້ງສາລີສືບຕໍ່ຂະຫຍາຍຕົວ ຮອບດ້ານ.