ຫຼາຍພາກສ່ວນສະແດງທັດສະນະໃນໂອກາດເຂົ້າຮ່ວມກອງປະຊຸມໃຫຍ່ຄັ້ງທີ X ຂອງພັກ
2016-01-19 15:24:33  cri 
  ທ່ານ ນາງ ຄຳ​ມີ ສຸກ​ສະຫວັດ ກຳມະການ​ປະຈຳ​ພັກ​ແຂວງ, ປະທານ​ກວດກາ​ແຂວງ​ອຸດົມ​ໄຊ ​ໄດ້​​ສະ​ແດງ ຄວາມ​ຮູ້ສຶກ​ໃນ​ໂອກາດ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ X ຂອງ​ພັກ​ວ່າ ກອງປະຊຸມ​ຄັ້ງ​ນີ້ ຖືວ່າເປັນກອງປະຊຸມທີ່ມີຄວາມໝາຍສຳຄັນເລິກເຊິ່ງ ທັງເປັນຂີດໝາຍສຳຄັນ ທາງປະຫວັດສາດຂອງ ຊາດລາວເຮົາ ຊຶ່ງກອງປະຊຸມຈະໄດ້ຕີລາຄາຄືນຜົນການຈັດຕັ້ງປະຕິບັດການຊີ້ນຳ ໆ ພາໃນໄລຍະຜ່ານມາ, ຄົ້ນຄວ້າປະກອບຄຳຄິດຄຳເຫັນໃສ່ຮ່າງບົດລາຍງານການເມືອງ ເພື່ອພ້ອມກັນວາງທິດທາງແຜນການເຄື່ອນໄຫວ ແລະ ຊີ້ນຳ ໆ ພາປະເທດຊາດໃນ ຕໍ່ໜ້າ, ສິ່ງສຳຄັນກອງປະຊຸມຈະໄດ້ໃຊ້ສິດປະຊາທິປະໄຕເລືອກຕັ້ງເອົາຄະນະ ບໍລິຫານງານພັກຊຸດໃໝ່ ເພື່ອຊີ້ນຳ ໆ ພາປະເທດຊາດກໍຄືປະຊາຊົນບັນດາເຜົ່າກ້າວສູ່ຄວາມຈະເລີນຮຸ່ງເຮືອງສີວິໄລ. ພາຍຫຼັງສຳເລັດກອງປະຊຸມໃຫຍ່, ຂ້າພະເຈົ້າຈະນຳເອົາມະຕິ​ກໍຄືເນື້ອໃນຈິດໃຈຂອງ ກອງ​ປະຊຸມ​ໃຫຍ່​ຄັ້ງ​ນີ້​​ໄປ​ຜັນ​ຂະຫຍາຍ​ເປັນ​ແຜນ​ງານ​ໂຄງການອັນລະອຽດ ​ໂດຍສະ​ເພາະ​ຈະ​ສຸມ​ໃສ່ຍົກລະດັບຄວາມຮູ້ເພີ່ມຂີດຄວາມສາມາດການນຳພາຂອງ​ແມ່ຍິງໃຫ້ສູງຂຶ້ນ ເພື່ອ​ເຮັດ​ໃຫ້ແມ່ຍິງ​ຫຼຸດ​ພົ້ນ​ອອກ​ຈາກ​ຄວາມດ້ອຍພັດທະນາ ​ປະກອບສ່ວນປົກປັກຮັກສາ ແລະ ສ້າງສາ​ພັດທະນາປະເທດຊາດ​ຢ່າງ​ຍືນ​ຍົງ .​

  ທ່ານ ພັນ​ໂທ ຄຳ​ພອນ ບຸນ​ນຸວົງ ຫົວໜ້າ​ກອງ​ວິຊາ​ການ​ກວດກາ​ເຄມີ​ທາດ​ແຕກ ກອງ​ບັນຊາ​ການ​ປ້ອງ​ກັນ ສູນ​ກາງກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບ​ກ່າວ​ວ່າຕົນຮູ້ສຶກ​ດີ​ໃຈ ​ແລະ ພາກພູມ​ໃຈ​ທີ່​ສຸດທີ່​ຄັ້ງ​ໜຶ່ງ​ໃນ​ຊີວິດ​ໄດ້ ປະກອບສ່ວນ​​ເຮັດ​ໜ້າ​ທີ່ຮັບ​ໃຊ້​​ກອງ​ປະຊຸມ​ໃຫຍ່​ກໍ​ຄື​ຜູ້​ແທນໃນ​ກອງ​ປະຊຸມ ຊຶ່ງ​ໜ້າ​ທີ່​ຂອງ​ຂ້າພະ​ເຈົ້າ​ແມ່ນ​ກວດກາ​ເຄມີ​ທາດ​ແຕກ, ກວດກາກະ​ເປົາ​ ​ແລະ ວັດຖຸ​ອື່ນ ໆ ​​ໂດຍ​ນຳ​ໃຊ້​ເຄື່ອງ​ເອັກສະ​ເລເພື່ອຮັກສາຄວາມ​ປອດ​ໄພ ​ ຂອງ​ຜູ້​​ແທນກອງ​ປະຊຸມ. ກອງ​ປະຊຸມ​ຄັ້ງ​ນີ້​ເປັນ​ກອງ​ປະຊຸມ​ທີ່​ມີ​ຄວາມ​ໝາຍ​ສຳຄັນ​ທີ່​ສຸດ​ຊຶ່ງ​ຈະ​ໄດ້​ກຳນົດ​ໜ້າ​ທີ່​ການ​ເມືອງ​ນຳພາ​ຂອງ​ພັກ ຊຶ່ງ​ປວງ​ຊົນ​ລາວ​ທັງ​ຊາດ​ຕ່າງ​ກໍ​ພ້ອມ​ກັນ​ສ້າງ​ຂະ​ບວນການ​ຢ່າງ​ຟົດ​ຟື້ນ​ມ່ວນ​ຊື່ນຂ່ຳນັບ​ຮັບຕ້ອນ​ກອງ​ປະຊຸມ​ໃຫຍ່​​ຄັ້ງ​ນີ້. ນັບ​ແຕ່​ພວກ​ເຮົາ​ມີ​ພັກ ປະຊາຊົນ ປະຕິວັດ​ລາວ ນຳພາ, ປະຊາຊົນ​ລາວ​ບັນດາ​ເຜົ່າ ​ແຕ່​ເໜືອ​ເຖິງ​​ໃຕ້​ໃນທົ່ວ​ປະ​ເທດ​ຍູທ່າງ​ທຳ​ມາ​ຫາ​ກິນ, ຊີວິດ​ການ​ເປັນ​ຢູ່ດີ​ຂື້ນ, ພື້ນຖານ​ໂຄງ​ລ່າງໄດ້​ຮັບ​ການ​ພັດທະນາ, ​​ເສດຖະກິດ​ຂະຫຍາຍຕົວ, ສັງຄົມ​ມີ​ຄວາມ​ສະຫງົບ ​ແລະ ສີວິ​ໄລ​ມາ​ເຖິງ​ທຸກ​ວັນ​ນີ້.

  ທ່ານ ແສງທອງ ພະຄຸນທອງ ກຳມະການປະຈຳພັກແຂວງ, ປະທານແນວລາວສ້າງຊາດແຂວງຄຳມ່ວນ ກ່າວວ່າ: ຂ້າພະເຈົ້າສຸດທີ່ດີໃຈ, ເອກອ້າງທະນົງໃຈທີ່ສຸດທີ່ໄດ້ເຂົ້າຮ່ວມກອງ ປະຊຸມໃຫຍ່ຄັ້ງນີ້ ຊຶ່ງເປັນເຫດການປະຫວັດສາດໃນຊີວິດການ ເມືອງຂອງພັກ, ຂອງຊາດ ແລະ ປະຊາຊົນລາວບັນດາເຜົ່າ, ແມ່ນຂີດໝາຍແຫ່ງການເຕີບໃຫຍ່ຂະຫຍາຍຕົວ​ໄປສູ່ຄຸນນະພາບໃໝ່ຂອງພັກເຮົາ, ກອງປະຊຸມໄດ້ໄຂຂື້ນທ່າມກາງບັນຍາກາດແຫ່ງຄວາມເບິກບານມ່ວນຊື່ນ ຂອງປະຊາຊົນພາຍ​ໃຕ້ການນຳພາຂອງພັກ. ກ່ອນໜ້ານີ້ 40 ປີກໍຄືແຕ່ປີ 1975 ເປັນຕົ້ນມາທຽບໃສ່ເມື່ອກ່ອນປະເທດຊາດ ຄວາມຫຍຸ້ງຍາກທີ່ສຸດ, ​ແຕ່ມາເຖິງປັດຈຸບັນພາຍ​ໃຕ້ການນຳພາຂອງພັກ ປະເທດຊາດຂອງພວກເຮົາຮັກສາໄດ້ເອກະລາດ, ອຳນາດອະທິປະໄຕ, ປະຊາຊົນມີອິດສະລະພາບ ແລະ ເປັນເຈົ້າຂອງປະເທດຊາດຢ່າງແທ້ຈິງ, ພາຍໃນຊາດ ສາມັກຄີເປັນປຶກແຜ່ນ, ສັງຄົມມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍໂດຍພື້ນຖານເຮັດໃຫ້ການພັດທະນາພື້ນຖານໂຄງລ່າງຂອງປະເທດມີຫຼາຍດ້ານພົ້ນເດັ່ນ, ການເມືອງໝັ້ນທ່ຽງ, ເສດຖະກິດຂະຫຍາຍຕົວ, ສັງຄົມມີຄວາມສີວິໄລເປັນກ້າວ ໆ .
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ