ກອງປະຊຸມໃຫຍ່ຄັ້ງທີ X ຂອງພັກ ເລືອກຕັ້ງເອົາຄະນະບໍລິຫານສູນກາງພັກຊຸດໃໝ່
2016-01-21 21:01:48  cri 
ໃນຕອນບ່າຍຂອງວັນທີ 21 ມັງກອນ 2016 ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ X ຂອງພັກ ໂດຍ ການເປັນປະທານຂອງ
ສະຫາຍບຸນຍັງ ວໍລະຈິດ,ກຳມະການກົມການເມືອງສູນກາງພັກ, ຜູ້ປະຈຳການຄະນະເລຂາທິ ການສູນກາງພັກ ໄດ້ດຳເນີນການ
ເລືອກຕັ້ງເອົາຄະນະບໍລິຫານງານສູນກາງພັກ ສະໄໝທີ X,ຈຳນວນ 77 ສະຫາຍ, ໃນນັ້ນມີກຳມະການສູນກາງພັກ ສົມບູນ 69 
ສະຫາຍ ແລະ ກຳມະການສຳຮອງ 8 ສະຫາຍ.

ກ່ອນເຂົ້າສູ່ວາລະການປ່ອນບັດເລືອກຕັ້ງສະຫາຍປະທານກອງປະຊຸມໄດ້ສະເໜີທີ່ປະຊຸມຮັບຮອງເອົາຄະນະຄວບຄຸມປ່ອນບັດເລືອກຕັ້ງ
ຈຳນວນ 31ສະຫາຍ, ໂດຍແມ່ນສະຫາຍ ພົນຈັດຕະວາ ສອນທອງ ພົມລາວົງ,ກຳມະການຄະນະພັກກະຊວງ,ຮອງຫົວໜ້າກົມໃຫຍ່
ການເມືອງກອງທັບ,ກະຊວງປ້ອງກັນປະເທດເປັນຫົວໜ້າແລະຈາກນັ້ນ ສະຫາຍຫົວໜ້າຄະນະຄວບຄຸມການປ່ອນບັດເລືອກຕັ້ງໄດ້ແນະ
ນຳລະບຽບການປ່ອນບັດ ພ້ອມທັງຢາຍບັດລົງຄະແນນສຽງໃຫ້ຜູ້ແທນສົມບູນຈຳນວນ 685 ສະຫາຍ ແລ້ວດຳເນີນການປ່ອນບັດເລືອກ
ເອົາຄະນະບໍລິຫານງານສູນກາງພັກສະໄໝທີ X ຢ່າງເປັນທາງການ, ຜົນຂອງການເລືອກຕັ້ງປະກອບມີບັນດາສະຫາຍກຳມະການສູນ
ກາງພັກສົມບູນ ດັ່ງນີ້:
1. ສະຫາຍ ບຸນຍັງ ວໍລະຈິດ
2. ສະຫາຍ ນາງ ປານີ ຢາທໍ່ຕູ້
3. ສະຫາຍ ທອງລຸນ ສີສຸລິດ
4. ສະຫາຍ ດຣ. ບຸນທອງ ຈິດມະນີ
5. ສະຫາຍ ດຣ. ບຸນປອນ ບຸດຕະນະວົງ
6. ສະຫາຍ ດຣ. ພັນຄຳ ວິພາວັນ
7. ສະຫາຍ ຈັນສີ ໂພສີຄຳ
8. ສະຫາຍ ພົນໂທ ແສງນວນ ໄຊຍະລາດ
9. ສະຫາຍ ດຣ. ໄຊສົມພອນ ພົມວິຫານ
10. ສະຫາຍ ສົມພັນ ແພງຄຳມີ
11. ສະຫາຍ ຄຳໝັ້ນ ສູນວິເລີດ
12. ສະຫາຍ ສຈ.ດຣ. ຈະເລີນ ເຢຍປາວເຮີ
13. ສະຫາຍ ພົນໂທ ຈັນສະໝອນ ຈັນຍາລາດ
14. ສະຫາຍ ຄຳສານ ສຸວົງ
15. ສະຫາຍ ດຣ. ສິນລະວົງ ຄຸດໄພທູນ
16. ສະຫາຍ ດຣ. ຄໍາພັນ ພົມມະທັດ
17. ສະຫາຍ ສຈ.ດຣ. ສົມກົດ ມັງໜໍ່ເມກ
18. ສະຫາຍ ດຣ. ສອນໄຊ ສີພັນດອນ
19. ສະຫາຍ ດຣ. ນາມ ວິຍະເກດ
20. ສະຫາຍ ນາງ ສີໃສ ລືເດດມູນສອນ
21. ສະຫາຍ ສຈ.ດຣ. ກິແກ້ວ ໄຂຄໍາພິທູນ
22. ສະຫາຍ ຄຳໃບ ດຳລັດ
23. ສະຫາຍ ສົມມາດ ພົນເສນາ
24. ສະຫາຍ ສົມດີ ດວງດີ
25. ສະຫາຍ ສຈ.ດຣ. ບໍ່ແສງຄໍາ ວົງດາລາ
26. ສະຫາຍ ດຣ. ລຽນ ທິແກ້ວ
27. ສະຫາຍ ສຈ.ດຣ. ເອກສະຫວ່າງ ວົງວິຈິດ
28. ສະຫາຍ ໄຊສີ ສັນຕິວົງ
29. ສະຫາຍ ດຣ. ຄຳແພງ ໄຊສົມແພງ
30. ສະຫາຍ ພົນຕີ ສຸວອນ ເລືອງບຸນມີ
31. ສະຫາຍ ຄຳເມິງ ພົງທະດີ
32. ສະຫາຍ ພົນຕີ ສົມແກ້ວ ສີລາວົງ
33. ສະຫາຍ ຄຳເຈນ ວົງໂພສີ
34. ສະຫາຍ ປ້ານ ນ້ອຍມະນີ
35. ສະຫາຍ ສຈ.ດຣ. ສຸກກົງແສງ ໄຊຍະເລີດ
36. ສະຫາຍ ຄຳພັນ ສິດທິດຳພາ
37. ສະຫາຍ ຄຳເຜີຍ ບຸດດາວຽງ
38. ສະຫາຍ ດຣ. ນາງ ສູນທອນ ໄຊຍະຈັກ
39. ສະຫາຍ ພົນຕີ ດຣ. ທອງລອຍ ສິລິວົງ
40. ສະຫາຍ ພົນຕີ ວິໄລ ຫລ້າຄໍາຟອງ
41. ສະຫາຍ ດຣ. ຄຳມະນີ ອິນທິລາດ
42. ສະຫາຍ ໂອໄດ ສຸດາພອນ
43. ສະຫາຍ ດຣ. ກອງແກ້ວ ໄຊສົງຄາມ
44. ສະຫາຍ ດຣ. ນາງ ອິນລາວັນ ແກ້ວບຸນພັນ
45. ສະຫາຍ ຄຳຂັນ ຈັນທະວີສຸກ
46. ສະຫາຍ ນາງ ເຂັມມະນີ ພົນເສນາ
47. ສະຫາຍ ສຈ. ດຣ. ບໍ່ວຽງຄໍາ ວົງດາລາ
48. ສະຫາຍ ດຣ. ນາງ ວຽງທອງ ສີພັນດອນ
49. ສະຫາຍ ດຣ. ສອນທະນູ ທຳມະວົງ
50. ສະຫາຍ ສະເຫລີມໄຊ ກົມມະສິດ
51. ສະຫາຍ ນາງ ແສງເດືອນ ຫລ້າຈັນທະບູນ
52. ສະຫາຍ ດຣ. ວິໄລວົງ ບຸດດາຄຳ
53. ສະຫາຍ ດຣ. ສົມພາວ ໄຟສິດ
54. ສະຫາຍ ດຣ. ທັນສະໄໝ ກົມມະສິດ
55. ສະຫາຍ ຮສຈ.ດຣ. ທອງສະຫລິດ ມັງໜໍ່ເມກ
56. ສະຫາຍ ດຣ. ບຸນຈັນ ສິນທະວົງ
57. ສະຫາຍ ສີສຸວັນ ວົງຈອມສີ
58. ສະຫາຍ ດຣ. ເພັດ ພົມພິພັກ
59. ສະຫາຍ ພົງສະຫວັນ ສິດທະວົງ
60. ສະຫາຍ ດຣ. ຄຳພັນ ເຜີຍຍະວົງ
61. ສະຫາຍ ເພັດສາຄອນ ຫລວງອາໄພ
62. ສະຫາຍ ວິດົງ ໄຊຍະສອນ
63. ສະຫາຍ ອະນຸພາບ ຕຸນາລົມ
64. ສະຫາຍ ດຣ. ພົນຕີ ສິນທະວົງ ໄຊຍະກອນ
65. ສະຫາຍ ດຣ. ບຸນຖອງ ດີວິໄຊ
66. ສະຫາຍ ດຣ. ສຸພັນ ແກ້ວມີໄຊ
67. ສະຫາຍ ວັນໄຊ ແພງຊຸມມາ
68. ສະຫາຍ ເພັດຖາວອນ ພິລາວັນ
69. ສະຫາຍ ສັນຕິພາບ ພົມວິຫານ
ບັນດາສະຫາຍກຳມະການສຳຮອງມີຄື:
1. ສະຫາຍ ນາງ ບຸນຄໍາ ວໍລະຈິດ
2. ສະຫາຍ ດຣ. ບົວຄົງ ນາມມະວົງ
3. ສະຫາຍ ສອນໄຊ ສິດພະໄຊ
4. ສະຫາຍ ນາງ ໃບຄໍາ ຂັດຕິຍະ
5. ສະຫາຍ ອາລຸນໄຊ ສູນນະລາດ
6. ສະຫາຍ ນາງ ສວນສະຫວັນ ວິຍະເກດ
7. ສະຫາຍ ໂພໄຊ ໄຊຍະສອນ
8. ສະຫາຍ ລາວປາວຊົງ ນະວົງໄຊ
ໃນຕອນບ່າຍຂອງວັນດຽວກັນ ກອງປະຊຸມຍັງໄດ້ຮັບຮອງເອົາກົດລະບຽບຂອງພັກ ສະໄໝທີ X ເຊິ່ງ ແມ່ນທຳມະນູນແລະແນວທາງ
ການຈັດຕັ້ງພື້ນຖານຂອງພັກ ເພື່ອຊີ້ນຳວຽກງານກໍ່ສ້າງພັກໃນທົ່ວພັກໃຫ້ມີຄວາມເປັນເອກະພາບ ທັງສອດຄ່ອງກັບຈຸດພິເສດແລະລັກ
ສະນະຂອງການປະຕິວັດ ຢູ່ປະເທດເຮົາໃນແຕ່ລະໄລຍະ.

ໂຄງປະກອບກົດລະບຽບພັກສະໄໝທີ X ປະກອບມີ 14 ໝວດ, 58 ມາດຕາ ທຽບໃສ່ສະໄໝ ທີ IX ເພີ່ມຂຶ້ນ 2 ໝວດ, 7 ມາດຕາ
ຄື: ໄດ້ແຍກມາດຕາ 28ຢູ່ໝວດທີ VI ຂອງກົດລະບຽບສະໄມທີ IX ມາສ້າງເປັນໝວດທີ V ໃໝ່ ວ່າດ້ວຍການຈັດຕັ້ງພັກ ຂອງກະ
ຊວງ-ອົງການ ແລະ ໝວດທີ XIII ວ່າດ້ວຍກາໝາຍພັກ ແລະ ທຸງພັກ. ມາດຕາເພີ່ມ ໃໝ່ມີມາດຕາ 8, 19, 24, 34, 50, 51, 52; 
ໄດ້ຈັດວາງທີ່ຕັ້ງຂອງໝວດຄືນໃໝ່ໃຫ້ເປັນລະບົບ ຄື: ຍ້າຍໝວດທີ V ວ່າດ້ວຍການຈັດຕັ້ງຮາກຖານພັກ ເປັນໝວດທີ VI ໃໝ່. ໝາຍ
ວ່າຈັດໝວດ ແລະ ມາດຕາຄືນໃໝ່ຕາມການຈັດຕັ້ງນຳພາຂອງພັກ ແຕ່ຂັ້ນສູນກາງຮອດຮາກຖານ
 
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ