ບາດກ້າວ 4 ບຸກທະລຸຫຼາຍ​ດ້ານ​ສຳ​ເລັດ​ຕາມ​ຄາດໝາຍ
2016-01-21 17:16:24  cri 

  ທ່ານ ດຣ. ນາມ ວິຍະເກດ ກໍາມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງໆອັດຕະປື ກ່າວວ່າ: ກອງປະຊຸມໃຫຍ່ຄັ້ງທີ X ຂອງພັກໃນຄັ້ງນີ້ມີຄວາມໝາຍຄວາມສໍາຄັນບໍ່ພຽງ​ແຕ່ ຕີລາຄາການເຄື່ອນໄຫວສະໄໝຂອງກອງປະຊຸມ ໃຫຍ່ ຄັ້ງທີ IX ຂອງພັກ ເທົ່ານັ້ນ, ແຕ່ກອງປະຊຸມຄັ້ງນີ້, ຍັງມີລັກສະນະໂດດເດັ່ນທາງເນື້ອໃນເປັນການສະຫຼຸບວຽກງານໃນການ​ປະຕິບັດ​ບາດກ້າວ 4 ບຸກທະລຸ ​ເຊິ່ງ ມີຫຼາຍດ້ານທີ່ເຮັດສໍາເລັດຕາມຄາດໝາຍທີ່ກໍານົດໄວ້.

  ສໍາລັບແຂວງອັດຕະປື ໃນສົກປີ 2015-2016 ນີ້, ພວກເຮົາໄດ້ຫັນທິດຈາກການນໍາໃຊ້ທ່າແຮງຂອງແຂວງ ທີ່ໄດ້ຈັດຕັ້ງປະຕິບັດໃນສົກຜ່ານມາ ແລະ ຈະນໍາໃຊ້ບົດຮຽນຈາກການລົງທຶນຕ່າງປະເທດເປັນຕົ້ນແມ່ນການປູກອ້ອຍ, ພືດອຸດສາຫະກໍາຕ່າງໆ ຕາມເງື່ອນໄຂທ່າແຮງຂອງ ແຂວງ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ