ລາວ​ຂະຫຍາຍ​ການ​ພົວພັນ​ການ​ຕ່າງປະ​ເທດ​ໄດ້ 193 ປະ​ເທດ
2016-01-21 17:20:34  cri 

  ທ່ານ ສະເຫຼີມໄຊ ກົມມະສິດ ເລຂາຄະນະພັກກະຊວງ,​ລັດຖະມົນຕີຊ່ວຍວ່າການກະຊວງການຕ່າງປະເທດລາວກ່າວວ່າ: ຜົນສໍາເລັດທີ່ພົ້ນເດັ່ນຕະຫຼອດໄລຍະ 5 ປີທີ່ຜ່ານມາຂອງກະຊວງການຕ່າງປະເທດຄື: ສາມາດຂະຫຍາຍການພົວພັນກັບຕ່າງປະເທດໄດ້ 139 ປະເທດທົ່ວໂລກ, ມີສະຖານທູດ ແລະ ກົງສູນລາວຢູ່ຕ່າງປະເທດຫຼາຍແຫ່ງແລ້ວ. ບັນດາປະເທດມະຫາອໍານາດຢູ່ໃນໂລກໃຫ້ຄວາມສໍາຄັນຕໍ່ ສປປ ລາວ ຫຼາຍຂຶ້ນເລື້ອຍໆ ເຮັດໃຫ້ ສປປ ລາວ ເປັນທີ່ຮັບຮູ້ຂອງພາຍນອກຫຼາຍຂຶ້ນ ເຊິ່ງສະແດງໃຫ້ເຫັນວ່າ:​ບັນດາຜົນງານດັ່ງກ່າວທີ່ ຍາດມາໄດ້ຍ້ອນການນໍາພາອັນສະຫຼາດສ່ອງ​ໃສຂອງພັກ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ