ບໍ່​ແກ້ວ​ພັດທະນາ​ກ້າວ​ຂຶ້ນ​ຫຼັງ​ປະຕິບັດ​ມະຕິ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 9 ຂອງ​ພັກ
2016-01-21 17:25:18  cri 

  ສະຫາຍ ຄໍາພັນ ເຜີຍຍະວົງ ເລຂາພັກແຂວງ, ເຈົ້າແຂວງໆບໍ່ແກ້ວກ່າວວ່າ: ກອງປະຊຸມໃຫຍ່ຄັ້ງທີ X ຂອງພັກໃນຄັ້ງນີ້, ແຂວງບໍ່ແກ້ວ ໄດ້ນໍາພາສະມາຊິກພັກສົມບູນ ແລະ ແຂກຖືກເຊີນ 10 ສະຫາຍເຂົ້າຮ່ວມກອງປະຊຸມ ​ເຊິ່ງກອງປະຊຸມຄັ້ງນີ້ສຸດທີ່ມີຄວາມໝາຍ, ຄວາມສໍາຄັນຂອງຊາດກໍຄືພັກປະຊາຊົນປະຕິວັດລາວ ຂອງພວກເຮົາ. ເຫດການທີ່ມີຄວາມໝາຍ ຄວາມສໍາຄັນນີ້ ເປັນການສະຫຼຸບຕີລາຄາຄືນກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 15 ປີຜ່ານມາກໍຄືແຜນພັດທະນາ 5 ປີຕໍ່ໜ້າ. ສໍາລັບແຂວງບໍ່ແກ້ວ ພາຍໃຕ້ການນໍາພາຂອງຄະນະບໍລິຫານງານພັກແຂວງກໍໄດ້ນໍາພາຈັດຕັ້ງປະຕິບັດວຽກງານ 5 ປີຜ່ານມາ ເຮັດໃຫ້ທົ່ວແຂວງມີຄວາມສະຫງົບ,​ ເສດຖະກິດຂະຫຍາຍຕົວຢ່າງຕໍ່ເນື່ອງ, ບັນຫາຄວາມທຸກຍາກຂອງປະຊາຊົນໄດ້ຫຼຸດລົງຢ່າງຕໍ່ເນື່ອງ ແລະ ໃນຕໍ່ໜ້ານີ້ພາຍຫຼັງສໍາເລັດກອງປະຊຸມໃຫຍ່ຄັ້ງທີ X ນີ້, ພວກເຮົາຈະໄດ້ນໍາເອົາເນື້ອໃນຈິດໃຈ ມະຕິກອງປະຊຸມໄປຈັດຕັ້ງຜັນຂະຫຍາຍເຂົ້າໃນຊີວິດຕົວ​ຈິງ​ພາຍໃນທົ່ວພັກ, ທົ່ວກອງທັບ ແລະ ທົ່ວປວງຊົນຢູ່ແຂວງບໍ່ແກ້ວ, ຊຸກຍູ້ໃຫ້ເສດຖະກິດແຂວງຂະຫຍາຍຕົວບໍ່ຫຼຸດ 10% ຂຶ້ນໄປ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ