ຫ້ອງວ່າການລັດຖະບານສຳເລັດການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ 9 ຂອງພັກ
2016-01-21 17:32:25  cri 

  ສະຫາຍ ດຣ. ສອນໄຊ ສີພັນດອນ ກໍາມະການສູນກາງພັກ, ລັດຖະມົນຕີ, ຫົວໜ້າຫ້ອງວ່າການລັດຖະບານ ກ່າວວ່າ: ກອງປະຊຸມດັ່ງກ່າວເປັນກອງປະຊຸມສໍາຄັນແລະເປັນເຫດການປະຫວັດສາດທາງການເມືອງຂອງພັກເຮົາ ເປັນການສັງລວມຕີລາຄາຄືນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ IX ຂອງພັກ ໄລຍະ 5 ປີຜ່ານມາ. ສໍາລັບອົງຄະນະພັກຫ້ອງວ່າການລັດຖະບານເປັນອົງການໜື່ງ ທີ່ເຮັດໜ້າທີ່ນຳພາ-ຊີ້ນໍາ ແລະ ປະຕິບັດ 3 ພາລະບົດບາດເປັນສໍາຄັນຄື ເປັນເສນາທິການ,​ ປະສານງານ ແລະ ບໍລິການຮັບໃຊ້ນາຍົກລັດຖະມົນຕີ, ບັນດາຮອງນາຍົກລັດຖະມົນຕີ ໂດຍໄດ້ສຸມໃສ່ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ IX ຂອງພັກ, ບັນດາມະຕິຂອງສູນກາງພັກສະໄໝທີ IX  ແລະ ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ VII ມາເປັນແຜນການເຄື່ອນໄຫວປະຈໍາປີຂອງລັດຖະບານ, ຂອງນາຍົກ ແລະ ຮອງນາຍົກລັດຖະມົນຕີ ລວມທັງແຜນດໍາເນີນກອງປະຊຸມລັດຖະບານ, ກອງປະຊຸມນາຍົກ-ຮອງນາຍົກລັດຖະມົນຕີ ແລະ ກອງປະຊຸມອື່ນລວມທັງການເຄື່ອນໄຫວວຽກງານຢູ່ພາຍໃນ ແລະ ຕ່າງປະເທດຂອງນາຍົກ ແລະ ຮອງນາຍົກລັດຖະມົນຕີ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ