ວຽກງານ ຖວທ ພົ້ນເດັ່ນແລະຮັບປະກັນຄຸນນະພາບຫຼາຍຂຶ້ນ
2016-01-21 17:37:22  cri 

  ທ່ານ ສຈ. ດຣ. ບໍ່ແສງຄໍາ ວົງດາລາ ກໍາມະການສູນກາງພັກ, ເລຂາຄະນະພັກກະຊວງ,  ລັດຖະມົນຕີວ່າການກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ກ່າວວ່າ: ການທີ່ກອງປະຊຸມໃຫຍ່ຄັ້ງທີ X ຂອງພັກ ໄດ້ໄຂຂື້ນຢ່່າງສະຫງ່າຜ່າເຜີຍນີ້ເປັນວຽກງານໜື່ງທີ່ສໍາຄັນໃນຊີວິດການເມືອງຂອງທົ່ວພັກ, ທົ່ວປວງຊົນລາວເຮົາ ເຊິ່ງເປັນການສະຫຼຸບຄືນການຈັດຕັ້ງວຽກງານຂອງມະຕິ IX ຕະຫຼອດໄລຍະ 5 ປີທີ່ຜ່ານມາ ແລະ ວາງແຜນພັດທະນາເສດຖະກິດແຫ່ງຊາດໃນ 5 ປີຕໍ່ໄປ, ຮອງຮັບເອົາວິໄສທັດປີ 2025 -2030,​ ສະເພາະຂະແໜງຖະແຫຼງຂ່າວ ແລະ ວັດທະນະທໍາ ຕະຫຼອດ 5 ປີຜ່ານມາ ພວກເຮົາໄດ້ເຮັດຫຼ້ອນໜ້າທີ່ໂດຍພື້ນຖານ ໂດຍການປະຕິບັດຕາມມະຕິກອງປະຊຸມໃຫຍ່ຄັ້ງທີ IX ຂອງພັກ ກໍຄືມະຕິກອງປະຊຸມໃຫຍ່ຄັ້ງທີ III ຂອງອົງຄະນະພັກກະຊວງ ຖວທ ທັງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວໄດ້ຮັບການພັດທະນາໄປພ້ອມກັນ ເຮັດໃຫ້ປະສົບຜົນສໍາເລັດຫຼາຍດ້ານ ໂດຍສະເພາະການຖະແຫຼງຂ່າວບັນລຸໄດ້ທັງປະລິມານ ແລະ ຄຸນນະພາບ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ