ທ່ານ​ບຸນ​ຍັງ ວໍລະ​ຈິດ ​ໄດ້ຮັບ​ເລືອກ​ຕັ້ງ​ເປັນ​ເລຂາທິການ​ໃຫຍ່​ຄະນະ​ບໍລິຫານ​ງານ​ສູນ​ກາ​ງພັກ​ປະຊາຊົນ​ປະຕິວັດ​ລາວ
2016-01-22 17:05:34  cri 

ວິທະຍຸ​ສາກົນ​ແຫ່ງ​ປະ​ເທດ​ຈີນ: ວັນ​ທີ 22 ມັງກອນ​ນີ້ ກອງ​ປະຊຸມ​​ໃຫຍ່ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ 10 ຂອງ​ພັກ​ປະຊາຊົນ​ປະຕິວັດ​ລາວ​ທີ່​ໄຂ​ຂຶ້ນ​ຢູ່​ນະຄອນຫຼວງ​ວຽງ​ຈັນ​ເປັນ​ເວລາ 5 ວັນ​ນັ້ນ​ໄດ້​ອັດ​ລົງດ້ວຍ​ຜົນສຳ​ເລັດ, ກອງ​ປະຊຸມ​ໄດ້​ເລືອກກົມ​ການ​ເມືອງ​ສູນ​ກາງ​ພັກ​ຊຸດ​ໃໝ່​. ​ໂດຍທ່ານ​ບຸນ​ຍັງ ວໍ​ລິ​ຈິດ ​ໄດ້ຮັບ​ເລືອກ​ຕັ້ງ​ເປັນ​ເລຂາທິການ​ໃຫຍ່​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ປະຊາຊົນ​ປະຕິບັດ​ລາວ. ທ່ານ​ທອງ​ລຸນ ສີ​ສຸ​ລິດ, ທ່ານ​ນາງ​ປານີ ຢາ​ທໍ່​ຕູ້, ທ່ານ​ ດຣ.ບຸນ​ທອງ ຈິດ​ມະນີ, ທ່ານ​ດຣ ພັນ​ຄຳ ວິພາ​ວັນ, ທ່ານ ຈັນ​ສີ ​ໂພ​ສີຄຳ, ທ່ານດຣ.​ໄຊ​ສົມ​ພອນ ພົມວິຫານ, ທ່ານ​ພົນ​ໂທ ຈັນ​ສະໝອນ ຈັນຍາ​ລາດ, ທ່ານ​ດຣ.ຄຳ​ພັນ ພົມ​ມະ​ທັດ, ທ່ານ​ດຣ. ສິນ​ລະ​ວົງ ຄຸດ​ໄພ​ທູນ, ທ່ານ​ສອນ​ໄຊ ສິພັນ​ດອນ ເປັນ​ກຳມະການ​ກົມ​ການ​ເມືອງ​ສູນ​ກາງ​ພັກ​ປະຊາຊົນ​ປະຕິວັດ​ລາວ.


​ວັນ​ທີ 21 ມັງກອນ​, ​ເຊິ່ງ​ເປັນ​ມື້​ທີ 4 ​ຜູ້​ແທນ​ກອງ​ປະຊຸມ​ໄດ້​ເລືອກ​ຕັ້ງ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ຊຸດ​ໃໝ່​ 69 ສະຫາຍ​ແລະ​ກຳມະການ​ສຳຮອງ 8 ສະຫາຍ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ