ໂຄງການຮ່ວມມືແຫຼ່ງໄຟຟ້າໂຄງການທຳອິດລະຫວ່າງນະຄອນຈຸ່ງ ກິ່ງຈີນ-ສິງກະໂປເຂົ້າສູ່ໄລຍະຕິດຕັ້ງ
2016-02-01 15:06:35  cri 

ໂຄງການຮ່ວມມືແຫຼ່ງໄຟຟ້າໂຄງການທຳອິດລະຫວ່າງນະຄອນຈຸ່ງກິ່ງປະເທດຈີນແລະສິງກະໂປເລີ່ມເຂົ້າສູ່ໄລຍະຕິດຕັ້ງຢ່າງຄົບຊຸດ ໂດຍ ຈະເລີ່ມດຳເນີນງານພາຍໃນປີນີ້ ແລະຖ້າກໍ່ສ້າງສຳເລັດຈະເຮັດໃຫ້ນະຄອນຈຸ່ງກິ່ງຈະສາມາດຜະລິດກະແສໄຟຟ້າເພີ່ມຂຶ້ນກວ່າ 5 ຕື້ກິໂລ ວັດໂມງຕໍ່ປີ.

ເມື່ອທ້າຍປີ 2015, ກຸ່ມອຸດສາຫະກຳເຊິ້ງເຄີ່ສິງກະໂປ ແລະ ບໍລິສັດໄຟຟ້າພະລັງງານຖ່ານຫີນຊົ່ງຈາວຈຸ່ງກິ່ງ ໄດ້ຮ່ວມກັນສ້າງຕັ້ງບໍລິສັດ ພະລັງງານໄຟຟ້າຊົ່ງຈາວຈຸ່ງກິ່ງຂຶ້ນ ທັງລົງທຶນແລະບໍລິຫານໂຄງການຜະລິດໄຟຟ້າດ້ວຍພະລັງງານຖ່ານຫີນຂະໜາດ 2 X 660 ເມກາ ວັດ ໂດຍມີຍອດການລົງທຶນເຖິງ 4 ຕື້ 67 ລ້ານຢວນ. ພາຍຫຼັງໂຄງການດັ່ງກ່າວເລີ່ມດຳເນີນງານແລ້ວ ຈະຕ້ອງການຖ່ານຫີນ 2 ລ້ານ 5 ແສນກວ່າໂຕນຕໍ່ປີ ແລະຄາດວ່າຈະສາມາດຜະລິດໄຟຟ້າໄດ້ 5 ຕື້ກວ່າກິໂລວັດໂມງຕໍ່ປີ ຂະນະດຽວກັນກໍຈະບັນລຸການສ້າງລາຍຮັບໄດ້ ເຖິງ 1 ຕື້ 800 ລ້ານຢວນ. ໃນຖານະເປັນໜຶ່ງໃນແຫຼ່ງໄຟຟ້າຕົ້ນຕໍຂອງຕາໜ່າງໄຟຟ້າຈຸ່ງກິ່ງ ພາຍຫຼັງສຳເລັດການກໍ່ສ້າງໂຄງການດັ່ງກ່າວ ແລ້ວ ຈະສາມາດຕອບສະໜອງຕາມຄວາມຕ້ອງການຕໍ່ພະລັງງານໄຟຟ້າຂອງຕາໜ່າງໄຟຟ້ານະຄອນຈຸ່ງກິ່ງໃນໄລຍະປະຕິບັດແຜນ ພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີຄັ້ງທີ 13 ແລະຍາວນານ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ