ກອງ​ປະຊຸມ​ ຄັ້ງ​ທີ 20 ຂອງ​ຄະນະ​ກຳມາ​ທິການ​ລະຫວ່າງ​ລັດຖະບານ​ອາ​ຊຽນວ່າ​ດ້ວຍສິດທິ​ມະນຸດ
2016-02-04 16:43:25  cri 

  ກອງ​ປະຊຸມຄັ້ງ​ທີ 20 ​ຄະນະ​ກຳມາ​ທິການ​ລະຫວ່າງ​ລັດຖະບານ​ອາ​ຊຽນ ວ່າ​ດ້ວຍ ສິດທິ​ມະນຸດ ໄດ້ຈັດຂຶ້ນຢູ່ນະຄອນຫຼວງວຽງຈັນຂອງ ສປປ ລາວໃນວັນທີ 4 ກຸມພານີ້, ​ໂດຍ​ການ​ເປັນ​ປະທານ​ຂອງ​ທ່ານ ພູ​ໂຂງ ສີ​ສຸລາ​ດ ຫົວໜ້າ​ກົມ​ສົນທິສັນຍາ ​ແລະ ກົດໝາຍ, ກະຊວງ​ການຕ່າງປະ​ເທດ ສປປ ລາວ ​ແລະ ທັງ​ເປັນ​ປະທານຄະນະ​ກຳມາ​ທິການ​ລະຫວ່າງ​ລັດຖະບານ​ອາ​ຊຽນ ວ່າ​ດ້ວຍ ສິດທິ​ມະນຸດ ສຳລັບ​ປີ 2016​ເຊິ່ງ​ມີ​ຜູ້ຕາງໜ້າຂອງ​ແຕ່ລະ​ປະ​ເທດ​ອາ​ຊຽນ​ເຂົ້າ​ຮ່ວມ​.

  ​ກອງ​ປະຊຸມດັ່ງກ່າວ ​ແມ່ນ​ກອງ​ປະຊຸມ​ສະ​ໄໝ​ສາມັນ​ຄັ້ງ​ທຳ​ອິດ ຂອງ​ຄະນະ​ກຳມາ​ທິການ​ລະຫວ່າງ​ລັດຖະບານ​ອາ​ຊຽນ ວ່າ​ດ້ວຍ ສິດທິ​ມະນຸດ ສຳລັບ​ປີ 2016 ​ໂດຍ​ ສປປ ລາວ ເປັນປະທານອາຊຽນໂດຍກອງ​ປະຊຸມໄດ້​ປຶກສາ​ຫາ​ລື​ແຜນການ​ຈັດ​ຕັ້ງ​ປະຕິບັດ​ວຽກງານ 5 ປີ (2016-2020) ​ໂດຍ​ສະ​ເພາະ​ແຜນ​ບູລິມະ​ສິດໃນປີ 2016 ​ເຊິ່ງ​ເປັນ​ຂໍ້​ລິ​ເລີ່​ມຂອງ​ບັນດາ​ປະ​ເທດ​ສະມາຊິກ​ອາ​ຊຽນ ​ເປັນ​ຕົ້ນ​ແມ່ນ​ກອງ​ປະຊຸມ​ ​ແລະ ການ​ເຮັດ​ບົດ​ສຶກສາ​ຄົ້ນ​ຄວ້າ​ກ່ຽວກັບ​ສິດ​ໃນ​ການ​ສຶກສາ, ສິດ​ໃນ​ການ​ມີ​ຊີວິດ, ລະ​ບົບຍຸຕິ​ທຳ​ສຳລັບ​ເດັກ, ສິດທິ​ມະນຸດ ​ແລະ ການ​ຕ້ານ​ການ​ຄ້າ​ມະນຸດຢູ່​ອາຊຽນ, ຄວາມ​ຮັບຜິດ​ຊອບ​ຂອງ​ບໍ​ລິ​ສັດຕໍ່ສັງຄົມ, ສື່​ມວນ​ຊົນ ​ແລະ ອົງການສິດທິ​ມະນຸດ. ນອກນີ້ກອງ​ປະຊຸມດັ່ງກ່າວ​ຍັງ​ໄດ້​ປຶກສາ​ຫາລື ການ​ກຽມ​ແຜນບູລິ​ມະ​ສິດ ສຳລັບ​ປີ 2017 ​ແລະ ບົດ​ລາຍ​ງານ​ປະຈຳ​ປີ 2016 ຕື່ມອີກ.

1 2 3
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ