ປະທາ​ນາ​ທິບໍດີ​ອາ​ເມ​ລິ​ກາສະ​ເໜີ​​ໃຫ້​ເພີ່ມ​​ງົບປະມານ​ດ້ານ​ການ​ຄົ້ນ​ຄວ້າ​ພັດທະ​ນາ​ພະລັງງານ​ສະອາດຂຶ້ນ1​ເທົ່າ
2016-02-07 15:21:28  cri 

ວັນ​ທີ6​ກຸມພາ​ນີ້,ທ່ານ​ບາ​ຣັກ ​ໂອ​ບາ​ມາ ປະທານາທິບໍດີ​ອາ​ເມ​ລິ​ກາ​ກ່າວ​ວ່າ, ​ໃນ​ແຜນ​ງົບປະມານສົກ​ປີ2017​ທີ່​ທ່ານ​ຈະ​ຍື່ນ​ໃຫ້​ລັດຖະສະພາ​ອາ​ເມ​ລິ​ກາ​ໃນ​ອາທິດ​ໜ້າ​,ທ່ານ​ໄດ້​ສະ​ເໜີ​ໃຫ້​ເພີ່ມ​ງົບປ​ະມານ​ດ້ານ​ການ​ຄົ້ນຄວ້າ​ພັດທະນາ​ພະລັງງານ​ສະອາດຂຶ້ນ1​ເທົ່າ​ໃນ​ສົກ​ປີ​ການ​ເງິນ2021.

ອີງ​ຕາມຂໍ້​ສະ​ເໜີ​ຂອງ​ທ່ານ​ບາຣັກ ​ໂອ​ບາ​ມາ, ງົບປະມານດ້ານ​ການ​ຄົ້ນຄວ້າ​ພັດທະນາ​ພະລັງງານສະອາດ​ຂອງ​ອາ​ເມ​ລິ​ກາ​ຈະ​ຈາກ6​ຕື້400ລ້ານ​ໂດ​ລາ​ໃນສົກ​ປີ​ການ​ເງິນ2016​ເພີ່ມ​ຂຶ້ນ​ຮອດ12​ຕື້800​ລ້ານ​ໂດ​ລາ​ໃນ​ສົກ​ປີ​ການ​ເງິນ2021,ກໍ່​ຄື​ຈະ​​ເພີ່ມຂຶ້ນ15%ລະ​ເລ່ຍຕໍ່​ປີ. ​ແຕ່ລັດຖະສະພາ​ໃນ​ປະ​ຈຸ​ບັນ​ແມ່ນ​ຄວບ​ຄຸມ​ໂດຍ​ພັກສາທາລະນະ​ລັດ​​ ​ເຊິ່ງ​ເປັນ​ພັກ​ຝ່າຍ​ທີ່ມີ​ຫຼັກ​ໝັ້ນ​ດ້ານ​ບັນຫາ​ດິນ​ຟ້າ​ອາກາດຕ່າງ​ກັນ​ກັບ​ທ່ານ​ບາ​ຣັກ ​ໂອ​ບາ​ມາ,ສະ​ນັ້ນ,ນັກວິ​ເຄາະ​ເຫັນ​ວ່າ,ທີ່​ຈິ່ງ​ແລ້ວ,​ຂໍ້​ສະ​ເໜີ​ດັ່ງກ່າວ​ແມ່ນ​ບໍ່​ສາມາດ​ໄດ້​ຮັບ​ການ​ສະ​ໜັບສະ​ໜູນ​ອັນ​ພຽງ​ພໍຈາກ​ລັດຖະສະພາ.

ທ່ານ​ບາ​ຣັກ ​ໂອ​ບາ​ມາ​​​​ຍັງໄດ້​ກ່າວ​ໃນ​ອາ​ທິດນີ້​ວ່າ​,ທ່ານ​​ໄດ້​ສະ​ເໜີ​ໃຫ້​ເກັບ​ອາກອນ​ນໍ້າມັນ​ເຊື້ອ​ໄຟ10​ໂດ​ລາ​ຕໍ່​ນາ​ເຣວນໍາບໍລິສັດ​ນໍ້າມັນ​ເຊື້ອ​ໄຟ​ໃນ​​ແຜນ​ງົບປະມານ​ສະບັບ​ໃໝ່​ເພື່ອ​ສະໜອງ​ເງິນ​ທຶນ​ໃຫ້​ແກ່​ການ​ພັດທະນາ​ຄົມມະນາຄົມ​ອະນຸລັກ​ສິ່ງ​ແວດ​ລ້ອມ​ຂອງ​ອາ​ເມ​ລິ​ກາ,ສື່​ມວນ​ຊົນ​ເຫັນ​ວ່າ,ຂໍ້​ສະ​ເໜີ​ນີ້​ກໍ​ເປັນ​​ໄປ​ໄດ້​ຍາກ​ທີ່​ໄດ້​ຮັບ​ການ​ຮັບຮອງ​ຈາກ​ລັດຖະສະ​ພາ​​ເຊັ່ນ​ດຽວ​ກັນ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ