ເສັ້ນ​ຊາຍ​ແດນ​ຊີຣີ-ຕວກກີ​ທີ່​ຄວບ​ຄຸມ​​ໂດຍ IS ​ຫຼຸດລົງ​ຫຼາຍ
2016-02-07 15:25:34  cri 

ວັນ​ທີ 6 ກຸມພາ​ນີ້, ​ໂທລະພາບສະ​ໝາ​ມຫຼວງ​​ລີ​ບັງລາຍ​ງານ​ວ່າ, ເສັ້ນ​ຊາຍ​ແດນ​ຊີຣີ-ຕວກກີ​ທີ່​ຄວບ​ຄຸມ​ໂດຍ IS ​​ເຊິ່ງ​ເປັນ​ອົງການ​ຈັດ​ຕັ້ງ​ຫົວ​ຮຸນ​ແຮງ​​ໄດ້ຫຼຸດລົງ​ຢ່າງ​ຫຼວງຫຼາຍ.

ບົດ​ລາຍ​ງານຂຽນ​ວ່າ, IS ​ເຄີຍ​ຄວບ​ຄຸມ​ດິນ​ແຜນ​ກວ້າງ​ໃຫຍ່​ທີ່​ຕິດ​ຕໍ່​ກັບ​ຕວກກີ​​ແຕ່ແຂວງອານ ອາຊາກ ພາກ​ຕາ​ເວັນ​ອອກສຽງ​​ເໜືອ​ ຮອດ ​ແຂວງ​ອາ​ເລັບ​ໂປພາກ​ຕາ​ເວັນ​ຕົກ​ສຽງ​ເໜືອຂອງ​ຊີຣີ, ​ເສັ້ນ​ຊາຍ​ແດນ​ຍາວ​ເຖິງ 250 ກິ​ໂລ​ແມັດ. ​ແຕ່ນັບ​ແຕ່​ປີ​ກາຍ​ນີ້, ​ເສັ້ນ​ຊາຍ​ແດນ​ທີ່​ຄວບ​ຄຸມ​ໂດຍ IS ​ໄດ້​ຄ່ອຍໆ​ຫຼຸດ​ລົງ​ແລ້ວ, ປັດຈຸບັນ ​ໄດ້​ຫຼຸດ​ລົງ​ຮອດ 70 ກິ​ໂລ​ແມັດ.

ພາຍ​ໃຕ້​ການ​ໂຈມ​ຕີ​ທາງ​ອາກາດ​ຂອງຣັດ​ເຊຍ, ຫວ່າງ​ມໍ່ໆ​ມາ​ນີ້, ທະຫານ​ລັດຖະບານ​ຊີຣີ​ໄດ້ມີ​ຄວາມ​ຄືບ​ໜ້າດ້ານ​ການທະຫານ​ຢູ່​ແນວຮົບຫຼາຍ​ສາ​ຍ​ຢູ່​ພາກ​ເໜືອ. ບຸກຄົນການ​ທະຫານ​ຊີ​ຣີກ່າວ​ວ່າ, ທະຫານ​ລັດຖະບານ​ພວມ​ພະຍາຍາມ​ຄວບຄຸມ​ເຂດ​ຊາຍ​​ແດນ​ເບື້ອງ​ໃນ​ດິນ​ແດນຊີຣີຂອງເສັ້ນ​ຊາຍ​ແດນ​ຊີຣີ-ຕວກກີ, ​ເພື່ອສະກັດ​ກັ້ນ​ບໍ່​ໃຫ້​ຜູ້​ປະກອບ​ອາວຸດ​ພາຍນອກເຂົ້າ​ຊີຣີ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ