ກອງທັບ​ສ.​ເກົາຫຼີ​ຍິງ​ປືນ​ໃຫຍ່​​ເຕືອນ​ເຮືອປ້ອງ​ກັນຄວາມ​ສະຫງົບ​ຂອງສ.ປ.ປ.​ເກົາຫຼີທີ່ຂ້າມ​ຊາຍ​ແດນ
2016-02-08 15:17:08  cri 
ວັນ​ທີ 8 ກຸມພາ​ນີ້, ຂ່າ​ວສານ​ຢົນຮັບ​ຂອງ​ສ.​​ເກົາຫຼີ​ໄດ້​ນຳ​ເອົາ​ຂ່າວ​ຈາກຝ່າຍ​ທະຫານ​ສ.​​ເກົາຫຼີ​ມາລາ​ຍງານ​ວ່າ: ຕອນ​ເຊົ້າ​ມື້​ດຽວ​ກັນ, ເຮືອ​ປ້ອງ​ກັນ​ຄວາມ​ສະຫງົບ​ລຳ​ໜຶ່ງ​ຂອງ​ສ.ປ.ປ.​​ເກົາຫຼີ​ໄດ້ຂ້າມ​"ຊາຍ​ແດນ​ພາກ​ເໜືອ", ​ແລະ​ໄດ້​ກັບ​ຄືນ​ພາຍຫຼັງຖືກ​ກອງທັບ​ເຮືອສ.​​ເກົາຫຼີ​ກ່າວ​ເຕືອນ​ດ້ວຍ​ການຍິງ​ປືນ​ໃຫຍ່​.

ກອງທັບ​ສ.​ເກົາຫຼີ​ເຫັນ​ວ່າ: ຫຼັງ​ຈາກ​ສ.ປ.ປ.​ເກົາຫຼີ​ໄດ້​ສົ່ງ"ລູກ​ສອນ​​ໄຟ​ໄລຍະ​ໄກ"​ໃນ​ວັນ​ທີ 7 ກຸມພາ​ນີ້​ແລ້ວ, ອາດ​ຈະ​ທ້າ​ທາຍ​ເກາະ​ຜິດ​ຢູ່​ບາງ​ເຂດ,​ເຈົ້າ​ໜ້າ​ທີ່​ກອງທັບ​ສ.​ເກົາ​ຫຼີກ່າວ​ວ່າ: ປະຈຸ​ບັນ,ກອງທັບ​ສ.​ເກົາຫຼີ​ໄດ້​ເພີ່ມ​ທະວີ​ການ​ຕິດຕາມ​ຕໍ່​"ຊາຍ​ແດນ​ພາກ​ເໜືອ" ​ແລະ​ຕິດຕາມ​ການ​​ເຄື່ອນ​ໄຫວ​ຂອງ​ກອງທັບ​ສ.ປ.ປ.​ເກົາຫຼີ​ຢ່າງ​ໃກ້ຊິດ.

ສ.​​ເກົາຫຼີ​ກັບສ.ປ.ປ.​​ເກົາຫຼີ​ມີ​ຄວາມ​ຂັດ​​ແຍ້ງກັນ​ໃນການ​ຂີດ​ແບ່ງ​ຊາຍ​ແດນ​ຢູ່​ເຂດ​ທະ​ເລທາງ​ທິດ​ຕາ​ເວັນ​ຕົກຂອງ​​ແຫຼມ​ເກົາຫຼີ​ມາ​ໂດຍ​ຕະຫຼອດ. ສ.​ເກົາຫຼີ​​ໄດ້​ກຳນົດ​ຊາຍ​ແດນ​ທາງ​ທະ​ເລ​ທີ່​ຊື່ວ່າ"ຊາຍ​ແດນ​ພາກ​ເໜືອ"​ແຕ່​ຝ່າຍ​ດຽວ, ​ແຕ່​ສ.ປ.ປ.​​ເກົາຫຼີ​ບໍ່​ໄດ້​ຮັບຮອງ. ສະ​ນັ້ນ, ສອງ​ຝ່າຍ​ໄດ້​ເກີດ​ການ​ປະ​ທະ​ກັນ​ເທິງ​ທະ​ເລຫຼາຍ​ເທື່ອ​ຍ້ອນ​ເລື່ອງ​ນີ້.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ