ທ່ານຈ່າງເຕີຈ່ຽງ​ເປັນ​ປະທານ​ຈັດ​ກອງ​ປະຊຸມປະທານ​ສະພາຄັ້ງ​ທີ 61 ຂອງ​ຄະນະ​ປະຈຳ​ສະພາປະຊາຊົນ​ແຫ່ງ​ຊາດ​​ຈີນ​ສະ​ໄໝ​ທີ 12
2016-02-15 16:28:50  cri 
  ຂ່າວສານ​ຊິນ​ຮວາ​ລາຍ​ງານ​ວ່າ: ຕອນ​ເຊົ້າ​ວັນ​ທີ 15 ກຸມພາ​ນີ້, ​ກອງ​ປະຊຸມປະທານ​ສະພາຄັ້ງ​ທີ 61 ຂອງ​ຄະນະ​ປະຈຳ​ສະພາປະຊາຊົນ​ແຫ່ງ​ຊາດ​​ຈີນ​ສະ​ໄໝ​ທີ 12 ​ໄດ້​ຈັດ​ຂຶ້ນ​ຢູ່ຫໍ​ສະພາ​ປະຊາຊົນ​ແຫ່ງ​ຊາດຢູ່​ນະຄອນຫຼວງ​ປັກ​ກິ່ງ ໂດຍ​ການ​ເປັນ​ປະທານ​ຂອງ​ທ່ານ ຈ່າງເຕີຈ່ຽງ ປະທານ​ສະພາ​ປະຊາຊົນ​ແຫ່ງ​ຊາດຈີນ ໂດຍ​ກອງ​ປະຊຸມ​ໄດ້ຕົກລົງ​ວ່າ, ກອງ​ປະຊຸມຄັ້ງ​ທີ 19 ຂອງ​ຄະນະ​ປະຈຳ​ສະພາ​ປະຊາຊົນແຫ່ງ​ຊາດຈີນສະ​ໄໝ​ທີ 12 ຈະ​ຈັດ​ຂຶ້ນ​ຢູ່​ນະຄອນຫຼວງ​ປັກ​ກິ່ງແຕ່​ວັນ​ທີ 24-26 ກຸມພາ​ນີ້.

  ກອງ​ປະຊຸມ​ປະທານ​ສະພາ​ຄັ້ງ​ນີ້ໄດ້ສະ​ເໜີ​ວາລະກອງ​ປະຊຸມຄັ້ງ​ທີ 19 ຂອງ​ຄະນະ​ປະຈຳ​ສະພາ​ປະຊາຊົນແຫ່ງ​ຊາດສະ​ໄໝ​ທີ 12 ​ເຊັ່ນ: ພິຈາລະນາ​ຮ່າງ​ກົດໝາຍ​ວ່າ​ດ້ວຍ​ການສຳ​ຫຼວດຂຸດ​ຄົ້ນຊັບພະ​ຍາກ​ອນຢູ່​ເຂດພື້ນ​ທະ​ເລຂອງ​ທະ​ເລ​ເລິກ, ພິຈາລະນາ​ບົດ​ລາຍ​ງານ​ການ​ກວດກາການຈັດ​ຕັ້ງ​ປະຕິບັດ​ກົດໝາຍ​ວ່າ​ດ້ວຍອາຊີວະສຶກສາຂອງ​ລັດຖະບານ​ຈີນ, ບົດ​ລາຍ​ງານ​ຄວາມ​ເຫັນ​ຂອງ​ການ​ພິຈາລະນາ​ດັ່ງກ່າວ​ແລະ​ອື່ນໆ.

  ກອງ​ປະຊຸມຄັ້ງ​ທີ 19 ຂອງ​ຄະນະ​ປະຈຳ​ສະພາປະຊາຊົນ​ແຫ່ງ​ຊາດຈີນສະ​ໄໝ​ທີ 12 ມີໜ້າທີ່ກະກຽມ​ໃຫ້​ແກ່​ກອງ​ປະຊຸມ​ຄັ້ງ​ທີ 4 ຂອງ​ສະພາ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ສະ​ໄໝ​ທີ 12.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ