​5 ປີ​ຕໍ່ໜ້າ, ເຂດ​ກວາງຊີ​ຈີນ​ຈະ​ສຸມ​ໃສ່​ສ້າງ​ເສັ້ນທາງ​ເຊື່ອມ​ຕໍ່​ພາກ​ເໜືອ​ຫາ​ພາກ​ໃຕ້​ຕາມ "ໜຶ່ງ​ແລວ​ທາງໜຶ່ງ​ເສັ້ນທາງ" ​
2016-02-23 13:56:29  cri 

  ຂ່າວສານ​ຊິນ​ຮວາ​ລາຍ​ງານ​ໂດຍ​ອ້າງ​ຕາມ​ອົງການ​ປົກ​ຄອງ​ເຂດ​ປົກຄອງຕົນ​ເອງ​​ເຜົ່າຈວ້າງກວາງຊີຂອງ​ຈີນ​ທີ່​ໄດ້​​ຖະ​ແຫຼ​ງຂ່າວ​ໃນ​ວັນ​ທີ 22 ກຸມພາ​ນີ້​ວ່າ, 5 ປີ​ຕໍ່ໜ້າ​ນີ້, ​ເຂດ​ກວາງຊີ​ຈະ​ສຸມ​ໃສ່​ສ້າງ​ເສັ້ນ​ທາງ​ເຊື່ອມ​ຕໍ່​ແລວ​ທາງ​ເສດຖະກິດ​ເສັ້ນທາງ​ສາຍ​ໄໝ​ແລະ​ເສັ້ນທາງ​ສາຍ​ໄໝ​ທາງ​ທະ​ເລ​ສະຕະ​ວັດ​ທີ 21 ​ເພື່ອ​ສ້າງ​​ໃຫ້​ເປັນ​ເສັ້ນທາງ​ໃໝ່ທີ່​ເຊື່ອມ​ຕໍ່​ເຂດ​ພາກ​ຕາ​ເວັນ​ຕົກ​ຂອງຈີນ​ແລ​ະ​ແຫຼມ​ອິນ​ດູ​ຈີນ​ກໍ​ຄື "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ".

  ນອກຈາກ​ການ​ເຊື່ອມ​ໂຍງ​ເຂົ້າກັນ​ແລ້ວ, ​ເຂດ​ກວາງຊີ​ຍັງ​ຈະ​ຊຸກຍູ້​ການ​ຮ່ວມ​ມື​​​ເພີ່ມ​ຂີດຄວາມ​ສາມາດ​ການ​ຜະລິດ​ສາກົນ​ຢ່າງ​ຕັ້ງໜ້າ​ທັງ​​ເປີດ​ກວ້າງຂອບ​ເຂດ​ບໍລິການ​ຂອງ​ງານ​ວາງສະ​ແດງ​ສິນຄ້າ​ຈີນ-ອາ​ຊຽນ​ແລະ​ກອງ​ປະຊຸມ​ສຸດ​ຍອດ​ການ​ຄ້າ​ການ​ລົງທຶນ​ຈີນ-ອາ​ຊຽນ ​ໃຫ້​ກ້າວສູ່​ສາຍ​ພົວພັນ​ຄູ່​ຮ່ວມ​ມື​ເສດຖະກິດ​ຮອບດ້ານ​ຢູ່​ພາກ​ພື້ນ "10+6" ລວມທັງ​ສາຍ​ພົວພັນ "10+1" ລະຫວ່າງ​ຈີນ-ອາ​ຊຽນໃຫ້ກວ້າງຂວາງກວ່າເກົ່າ ​ເພື່ອ​ສ້າງ​ກົນ​ໄກ​ແລກປ່ຽນ​ວັດທະນະທຳ​ທີ່ມີ​ຫຼາຍ​ຝ່າຍ​ເຂົ້າ​ຮ່ວມ​ເຊິ່ງ​ກວມ​ເອົາ​ທັງເຈົ້າ​ໜ້າ​ທີ່​ແລະ​ປະຊາຊົນ ທັງ​ເສີມ​ຂະຫຍາຍ​ບົດບາດ​ຂອງຈຸດທົດ​ລອງການ​ປະຕິ​ຮູບ​ລວມດ້ານ​ເສດຖະກິດ​ຢູ່​​ເຂດຊາຍ​ແດນຢ່າງ​ເຕັມ​ສ່ວນ​ ເພື່ອອອກ​ແຮງພັດທະນາ​ການ​ເງິນ​ລະຫວ່າງ​ຊາຍ​ແດນ, ການ​ເງິນ​ຂ້າມ​ຊາຍ​ແດນ​ແລະ​ອື່ນໆ​.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ