ປະທານ​ປະ​ເທດ​ຈີນ​ເນັ້ນຮັບ​ມື​ກັບ​​ບັນຫາປະຊາກອນທີ່​ເຂົ້າ​ສູ່​ໄວ​ຊະລາ​ຢ່າງ​​ເລັ່ງດ່ວນ​ແລະ​ວິທະຍາສາດ
2016-02-24 11:17:28  cri 
  ຂ່າວສານ​ຊິນ​ຮວາ​ລາຍ​ງານ​ວ່າ: ຫວ່າງ​ມໍ່ໆ​ນີ້, ທ່ານ ສິຈິ້ນ​ຜິ​ງ ​ເລຂາທິການ​ໃຫຍ່​ຄະນະ​ກຳມະການ​ສູນ​ກາງ​ພັກ, ປະທານ​ປະ​ເທດ​, ປະທານ​ຄະນະ​ກຳມະການ​ການ​ທະຫານ​ສູນ​ກາງ​ຈີນ ​ໄດ້​​ຊີ້​ນຳ​ກ່ຽວ​ກັບການ​ເພີ່ມ​ທະວີ​ວຽກ​ງານປະຊາກອນທີ່​ເຂົ້າ​ສູ່ໄວ​ຊະລາ​ໂດຍ​ເນັ້ນ​ວ່າ, ການ​ຮັບ​ມື​ຕໍ່ບັນຫາ​ດັ່ງກ່າວ​ຢ່າງ​ມີ​ປະສິດທິ​ຜົນ​ໄດ້ກ່ຽວຂ້ອງ​ກັບ​ການ​ພັດທະນາ​ລວມຂອງ​ປະ​ເທດ​ແລະ​ຄວາມ​ຜາ​ສຸກ​ຂອງ​ປະຊາຊົນ​ຢ່າງ​ຫຼວງ​ຫຼາຍ ເຊິ່ງຕ້ອງ​ຄົງ​ຕົວ​ໃນ​ປັດຈຸບັນ​ແລະຕ້ອງມີ​ທັດສະນະ​ເບິ່ງ​ກວ້າງ​ເຫັນ​ໄກ, ​ເພີ່ມ​ທະວີ​ການ​ວາງແຜນ​ຢູ່ຂັ້ນ​ເທິງ, ປັບປຸງ​ນະ​ໂຍບາຍ​ແລະ​ລະບຽບການ​ທີ່​ສຳຄັນ​ໃຫ້​ດີ​ຂຶ້ນ​​ເຊັ່ນ: ການ​ເກີດ​ແລະ​ລ້ຽງ​ລູກ, ການ​ປະກອບ​ອາຊີບ, ການ​ລ້ຽງ​ໄວ​ຊະລາ​ແລະ​ອື່ນໆ ​ເພື່ອ​ຮັບ​ມື​ກັບ​ບັນຫາ​ດັ່ງກ່າວ​ຢ່າງ​ເລັ່ງດ່ວນ, ມີ​ວິທະຍາສາດ​ແລະກວມລວມ ​ໂດຍວຽກ​ງານ​ດັ່ງກ່າວ​ຕ້ອງ​ຈັດ​ເຂົ້າ​ໃນ​ວາ​ລະກ​ອງປະຊຸມ​ທີ່​ສຳຄັນ​ແລະ​ຕ້ອງວາງ​ແຜນ​ແລະຈັດ​ຕັ້ງ​ປະຕິບັດ​ໃນ​ໄລຍະ "​ແຜນການ​ພັດທະນາ 5 ປີຄັ້ງ​ທີ 13" ​ເປັນ​ຢາງ​ດີ.

  ທ່ານ ຫຼີ​ເຄິ້ສຽງ ຄະນະ​ປະຈຳ​ກົມ​ການ​ເມືອງ​ສູນ​ກາງ​ພັກ, ນາຍົກລັດຖະມົນຕີຈີນ​ໄດ້​ຊີ້​ອອກ​ວ່າ, ຕ້ອງຮັບ​ມື​ກັບ​ບັນຫາປະຊາກອນ​ທີ່​ເຂົ້າ​ສູ່​ໄວ​ຊະລາ​ໂດຍປິ່ນ​ອ້ອມຫຼັກວິທະຍາ​ສາດ ທັງປະສານ​ສົມທົບ​ກັບ "​ແຜນການ​ພັດທະນາ 5 ປີຄັ້ງ​ທີ 13" ​ເພື່ອຄົ້ນຄວ້າ​ທັງ​ສະ​ເໜີ​ນະ​ໂຍບາຍ​ແລະ​ຂໍ້​ສະ​ເໜີ​ທີ່​ກ່ຽວຂ້ອງ​ໂດຍ​ໄວ​ພ້ອມ​ດຽວ​ກັນ​ກໍ​ຕ້ອງ​ເອົາ​ໃຈ​ໃສ່ຄວາມ​ເປັນ​ໄປ​ໄດ້​ໃນ​ການ​ປະຕິບັດ​ວຽກ​ງານ​ດັ່ງກ່າວ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ