ກອງ​ປະຊຸມຄັ້ງ​ທີ 19 ຂອງ​ຄະນະ​ປະຈຳ​ສະພາ​ປະຊາຊົນແຫ່ງ​ຊາດຈີນສະ​ໄໝ​ທີ 12 ຈັດ​ຂຶ້ນ​ຢູ່​ນະຄອນຫຼວງ​ປັກ​ກິ່​ງ
2016-02-25 10:56:09  cri 
  ຂ່າວສານ​ຊິນ​ຮວາລາຍ​ງານ​ວ່າ: ຕອນ​ບ່າຍ​ວັນ​ທີ 24 ກຸມພາ​ນີ້, ກອງ​ປະຊຸມຄັ້ງ​ທີ 19 ຂອງ​ຄະນະ​ປະຈຳ​ສະພາ​ປະຊາຊົນແຫ່ງ​ຊາດຈີນສະ​ໄໝ​ທີ 12 ​ໄດ້​ຈັດ​ຂຶ້ນຢູ່​ຫໍ​ສະພາ​ປະຊາຊົນ ນະຄອນຫຼວງ​ປັກ​ກິ່ງ ​ໂດຍ​ການ​ເປັນ​ປະທານ​ຂອງ​ທ່ານ ຈ່າງ​ເຕີ​ຈ່ຽງ ປະທານ​ສະພາ​ປະຊາຊົນ​ແຫ່ງ​ຊາດ​ຈີນ.

  ກອງ​ປະຊຸມຄັ້ງນີ້ມີໜ້າທີ່ກະກຽມ​ໃຫ້​ແກ່​ກອງ​ປະຊຸມ​ຄັ້ງ​ທີ 4 ຂອງ​ສະພາ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ສະ​ໄໝ​ທີ 12 ​ໂດຍກອງ​ປະຊຸມ​ໄດ້​ພິຈາລະນາ​ບົດ​ລາຍ​ງານ​ຂອງ​ຄະນະ​ປະຈຳສະພາ​ປະຊາຊົນ​ແຫ່ງ​ຊາດທັງ​ໄດ້​ພິຈາລະນາ 3 ມະຕິ​​ໃນ​ກອງ​ປະຊຸມ​ປະທານ​ສະພາ​ປະຊາຊົນ​ແຫ່ງ​ຊາດ​ກ່ຽວ​ກັບ​ການສະ​ເໜີ​ພິຈາລະນາຮ່າງ​ວາລະ​ກອງ​ປະຊຸມ​ຄັ້ງ​ທີ 4 ຂອງ​ສະພາ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ສະ​ໄໝ​ທີ 12 ລວມທັງຮ່າງລາຍຊື່ຄະນະປະທານ, ເລຂາທິການໃຫຍ່ແລະຜູ້ເຂົ້າຮ່ວມກອງປະຊຸມດັ່ງກ່າວ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ