ກອງ​ປະຊຸມ​ຄັ້ງ​ທີ 4 ຂອງ​ສະພາ​ປຶກສາ​ການ​​ເມືອງ​ປະຊາຊົນ​ແຫ່ງ​ຊາດ​ຈີນສະໄໝທີ 12 ຈະ​ຈັດ​ຂຶ້ນ​ຢູ່​ນະຄອນຫຼວງ​ປັກ​ກິ່ງ​​ໃນ​ວັນ​ທີ 3 ມີນາ
2016-02-29 11:01:27  cri 
  ວັນ​ທີ 28 ກຸມພາ​ນີ້, ​ໄດ້​ໄຂກອງ​ປະຊຸມຄັ້ງ​ທີ 14 ຂອງ​ຄະນະ​ປະຈຳສະພາ​ປຶກສາ​ການ​​ເມືອງ​ປະຊາຊົນ​ແຫ່ງ​ຊາດ​ຈີນສະໄໝທີ 12 ​ໂດຍກອງ​ປະຊຸມ​ໄດ້ຕົກລົງ​ຈັດກອງ​ປະຊຸມ​ຄັ້ງ​ທີ 4 ຂອງ​ສະພາ​ປຶກສາ​ການ​​ເມືອງ​ປະຊາຊົນ​ແຫ່ງ​ຊາດ​ຈີນສະໄໝທີ 12 ຢູ່​ນະຄອນຫຼວງ​ປັກ​ກິ່ງ​ໃນ​ວັນ​ທີ 3 ມີ​ນາໜ້າ​ນີ້.

  ຜູ້​ເຂົ້າ​ຮ່ວມກອງ​ປະຊຸມ​ດັ່ງກ່າວ​ໄດ້ຮັບ​ຟັງ​ແລະ​ພິຈາລະນາ​ລົດ​ລາຍ​ງານ​ຂອງ​ຄະນະ​ປະຈຳສະພາປຶກສາ​ການ​ເມືອງ​ແຫ່ງ​ຊາດ​ຈີນ​ແລະ​ບົດ​ລາຍ​ງານ​ສະ​ພາບ​ວຽກ​ງານ​ຂໍ້​ສະ​ເໜີ ນັບ​ແຕ່​ກອງ​ປະຊຸມ​ຄັ້ງ​ທີ 3 ຂອງ​ສະພາ​ປຶກສາ​ການ​ເມືອງ​ປະຊາຊົນ​ແຫ່ງ​ຊາດ​ຈີນສະ​ໄໝ​ທີ 12 ເປັນ​ຕົ້ນ​ມາ; ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ຄັ້ງ​ທີ 4 ຂອງສະພາ​ຜູ້​ແທນ​ປະຊາຊົນ​ທົ່ວ​ປະ​ເທດຈີນ​ສະ​ໄໝ​ທີ 12 ທັງ​ຮັບ​ຟັງ​ແລະ​ຫາລື​ບົດ​ລາຍ​ງານ​ວຽກ​ງານ​ລັດຖະບານ​ແລະ​ບົດ​ລາຍ​ງານ​ທີ່​ກ່ຽວຂ້ອງ​ອື່ນໆ ​ເພື່ອຫາລື​ຮ່າງ​ມະຕິ​ແຜນ​ພັດທະນາ​ເສດຖະກິດ​ສັງຄົ​ມ 5 ປີ ຄັ້ງ​ທີ 13 ​ກໍ​ຄື​ຮ່າງ​ກົດໝາຍວ່າ​ດ້ວຍ​ການກຸສົນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ