ປີຜ່ານມາ ຄວາມທຸກຍາກຂອງປະຊາຊົນຈີນຫຼຸດລົງເກີນຄາດ
2016-03-01 15:58:55  cri 

ທ່ານຊູ່ໂກເສຍ ໂຄສົກຫ້ອງການຫຼຸດຜ່ອນຄວາມທຸກຍາກຂອງລັດຖະບານຈີນ ກ່າວໃນວັນທີ 29 ກຸມພາຜ່ານມາວ່າ: ປີ 2015 ຜ່ານມາ, ປະຊາກອນຜູ້ທຸກຍາກໃນຊົນນະບົດຂອງຈີນ ໄດ້ຫຼຸດຈາກ 70 ລ້ານ 1 ແສນ 7 ໝື່ນຄົນໃນປີ 2014 ເຫຼືອ 55 ລ້ານ 7 ແສນ 5 ໝື່ນຄົນ ເຊິ່ງເກີນຄາຍໝາຍທີ່ຕັ້ງເປົ້າໄວ້ໃຫ້ຫຼຸດລົງ 10 ລ້ານຄົນຂຶ້ນໄປໃນປີໜຶ່ງ.

ຜົນສຳເລັດດັ່ງກ່າວເປັນຜົນມາຈາກອົງການການເງິນຂັ້ນຕ່າງໆຂອງຈີນໄດ້ສືບຕໍ່ເພີ່ມງົບປະມານເຂົ້າໃສ່ການຫຼຸດຜ່ອນຄວາມທຸກຍາກ ໃນນັ້ນ ການເງິນຂັ້ນແຂວງໄດ້ໃຊ້ງົບປະມານ 33 ຕື້ 500 ລ້ານຢວນ ເພີ່ມຂຶ້ນຫຼາຍກວ່າ 25% ເມື່ອທຽບໃສ່ປີ 2014 ທັງໄດ້ມອບສິດຄົ້ນຄວ້າ ພິຈາລະນາໂຄງການຫຼຸດຜ່ອນຄວາມທຸກຍາກໃຫ້ຂັ້ນເມືອງ, ເພີ່ມກຳລັງແຮງປະສານສົມທົບທຶນຕ່າງໆ ແລະສາມາດແກ້ໄຂປາກົດການ ໃຊ້ງົບປະມານຫຼຸດຜ່ອນຄວາມທຸກຍາກໄປໃຊ້ໃນທາງອື່ນນັ້ນໄດ້ຫຼຸດໜ້ອຍລົງ. ນອກນີ້, ສະຖາບັນການເງິນທຸກຂັ້ນຍັງໄດ້ປ່ອຍເງິນກູ້ລາຍ ຍ່ອຍ ບັນລຸເຖິງ 120 ຕື້ຢວນ ເພີ່ມຂຶ້ນຫຼາຍກວ່າ 20% ເມື່ອທຽບໃສ່ປີ 2014.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ