ຈີນ​ຈະ​ສ້າງສະໜາມກິລາ​ແລະຫໍ​ກິລາຂະໜາດ​ນ້ອຍ​ແລະ​ກາງ​
2016-03-01 15:54:19  cri 
  ຂ່າວສານ​ຊິນ​ຮວາ​ລາຍ​ງານ​ວ່າ: ຫວ່າງ​ມໍ່ໆ​ນີ້, ​ເວັບ​ໄຊ​ກົມ​ໃຫຍ່​ກິລາ​ແຫ່ງ​ຊາດ​ຈີນ​ໄດ້​ເປີດ​ເຜີຍ​ຄວາມ​ຄືບ​ໜ້າ​​ການບໍລິຫານ​ແລະ​ການບໍລິການຂອງ​ສະໜາມກິລາ​ແລະ​ຫໍ​ກິລາ​ໃນ​ໄລຍະ "​ແຜນການ​ພັດທະນາ 5 ປີຄັ້ງ​ທີ 12" ​ແລະມາດຕະການ​ໃນ​ໄລຍະ "​ແຜນການ​ພັດທະນາ 5 ປີຄັ້ງ​ທີ 13" ​ໂດຍລະບຸ​ວ່າຈະສຸມ​ໃສ່ສ້າງສະໜາມກິລາ​ແລະຫໍ​ກິລາຂະໜາດ​ນ້ອຍ​ແລະ​ກາງ​ງວດ​ໜຶ່ງໃນ​ໄລຍະ "​ແຜນການ​ພັດທະນາ 5 ປີຄັ້ງ​ທີ 13" ​ເພື່ອ​ອຳນວຍ​ຄວາມ​ສະດວກ​ໃຫ້​ແກ່​ປະ​ຊາ​ຊົນ​ໃນ​ການ​ອອກກຳລັງ​ກາຍ.

  ກົມ​ໃຫຍ່​ກິລາ​ແຫ່ງ​ຊາດ​ຈີນ​ເປີດ​ເຜີຍ​ວ່າຈະອອກ "​ແຜນການ​ກໍ່ສ້າງ​ສິ່ງ​ກໍ່ສ້າງ​ກິລາ​ສາທາລະນະ​ໃນ​ໄລຍະ​ແຜນ​ພັດທະນາ 5 ປີຄັ້ງ​ທີ 13" ​ໃນ​ໄວໆ​ນີ້​ໂດຍ​ຈະ​ສຸມ​ໃສ່ກໍ່ສ້າງ​ເຄືອ​ຂ່າຍ​ສິ່ງ​ກໍ່ສ້າງ​ຫັດກາຍ​ແລະ​ວົງວຽນ​ຫັດກາຍ 15 ນາທີ​ຂັ້ນເມືອງ, ບ້ານ​ແລະ​ເຂດ​ຊຸມ​ຊົນ ​ເພື່ອ​ປັບປຸງສິ່ງ​ກໍ່ສ້າງ​ກິລາ​ສາທາລະນະ​ປະ​ເພດ​ຕ່າງ​ໆ​ໃຫ້​ດີ​ຂຶ້ນ​ຕື່ມ​ອີກ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ