ກອງ​ປະຊຸມ​ສະພາ​ປຶ​ກສາ​ການ​ເມືອງ​ແຫ່ງ​ຊາດ​ຈີນ​ຈະ​ຖະ​ແຫຼ​ງຂ່າວຄັ້ງທຳ​ອິດ​ໃນ​ມື້​ນີ້
2016-03-02 16:16:08  cri 
​ໃນ​ໂອກາດ​ທີ່ກອງ​ປະຊຸມ​ສອງ​ສະພາ​ປີ 2016 ຈະ​ໄຂ​ຂຶ້ນນັ້ນ. ວັນ​ທີ 1 ​ມີນາ​ນີ້, ສະມາຊິກ​ສະພາ​ປຶກສາ​ການ​ເມືອງ​ແຫ່ງ​ຊາດ​ຈີນ​ໃນ​ທົ່ວ​ປະ​ເທດຈີນ​ໄດ້​ເດີນທາງ​ມາ​ຮອດ​ປັກ​ກິ່ງ​ເພື່ອ​ເຂົ້າ​ຮ່ວມ​ກອງ​ປະຊຸມດັ່ງກ່າວ. ​ແລະຕອນ​ບ່າຍ​ເວລາ​ 15 ​ໂມງ​ວັນ​ທີ 2 ມີນາ​ນີ້, ​ໃນງານ​ຖະ​ແຫຼ​ງຂ່າວ​ຄັ້ງ​ທຳ​ອິດ​ຂອງກອງ​ປະຊຸມຄັ້ງ​ທີ​ 4 ຂອງ​ສະພາ​ປຶກສາ​ການ​ເມືອງ​ແຫ່ງ​ຊາດ​ຈີນ​ສະ​ໄໝ​ທີ 12 ຈະ​ຈັດ​ຂຶ້ນ​ຢູ່​ຫ້ອງ​ຖະ​ແຫຼ​ງຂ່າວ​ຂອງ​ຫໍ​ສະພາ​ປະຊາຊົນ, ​ໂດຍທ່ານ​ຫວາງ​ໂກວຊິ້ງ, ​ໂຄສົກ​ກອງ​ປະຊຸມ​ດັ່ງກ່າວ​ຈະ​ແນະນຳ​ວາລະ​​ຂອງ​ກອງ​ປະຊຸມ​ເທື່ອ​ນີ້​ຕໍ່​ສື່​ມວນ​ຊົນ​ຈີນ​ແລະ​ຕ່າງປະ​ເທດ​ລວມທັງ​ຕອບ​ຄຳ​ຖາມ​ຂອງ​ນັກ​ຂ່າວຕື່ມ​ອີກ.

ກອງ​ປະຊຸມ​ຄັ້ງ​ທີ 4 ຂອງ​ສະພາ​ປະຊາຊົນ​ທົ່ວ​ປະ​ເທດ​ຈີນ​ສະ​ໄໝ​ທີ 12 ຈະ​ໄຂ​ຂຶ້ນ​ຢູ່​ປັກ​ກິ່ງ​ໃນ​ວັນ​ທີ 5 ມີນາ​ນີ້, ​​ແລະກອງ​ປະຊຸມ​ຄັ້ງ​ທີ 4 ຂອງ​ສະພາ​ປຶກສາ​ກາ​ນ​ເມືອງ​ແຫ່ງ​ຊາດ​ຈີນ​ສະ​ໄໝ​ທີ 12 ຈະ​ໄຂ​ຂຶ້ນ​ໃນ​ວັນ​ທີ 3 ມີນາ​ນີ້​ເຊັ່ນ​ດຽວ​ກັນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ