ສຳນັກ​ຂ່າວສານ​ຊິນ​ຮວາ​ເປີດ​ນຳ​ໃຊ້ສູນ​ຂ່າວສານ​​ເພື່ອກອງ​ປະຊຸມ "2 ສະພາ" ປີ 2016 ຢ່າງ​ເປັນ​ທາງ​ການ
2016-03-02 11:09:30  cri 
  ຂ່າ​ວສານ​ຊິນ​ຮວາລາຍ​ງານ​ວ່າ: ກອງ​ປະຊຸມ​ຄັ້ງ​ທີ 4 ຂອງ​ສະພາ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ຈະ​ໄຂ​ຂຶ້ນ​ໃນ​ວັນ​ທີ 5 ມີນາ​ນີ້​ແລະ​ກອງ​ປະຊຸມ​ຄັ້ງ​ທີ 4 ຂອງ​ສະພາ​ປຶກສາ​ການ​ເມືອງ​ປະຊາຊົນ​​ແຫ່ງ​ຊາດຈີນ​ຈະ​ໄຂ​ຂຶ້ນ​ໃນ​ວັນ​ທີ 3 ​ເດືອນ​ດຽວ​ກັນຢູ່​ນະຄອນຫຼວງ​ປັກ​ກິ່ງ. ຂະນະ​ທີ່​ວັນ​ທີ 1 ມີນາ​ນີ້, ສູນ​ຂ່າວສານ​ເພື່ອກອງ​ປະຊຸມ "2 ສະພາ" ດັ່ງກ່າວຂອງ​ສຳນັກ​ຂ່າວສານ​ຊິນ​ຮວາ​ທີ່​ຕັ້ງ​ຢູ່​ຫໍ​ສະພາ​ປະຊາຊົນ​ນັ້ນໄດ້​ເປີດ​ນຳ​ໃຊ້ຢ່າງ​ເປັນ​ທາງ​ການ​ແລ້ວ.

  ໃນຖານະ​​ເປັນສຳນັກ​ຂ່າວສານ​ແຫ່ງ​ຊາດ​ຈີນ, ຂ່າວສານ​ຊິນ​ຮວາ​ເປັນ​ສື່​ມວນ​ຊົນໜຶ່ງ​ດຽວ​ເທົ່າ​ນັ້ນທີ່​ໄດ້​ເປີດສູນ​ຂ່າວສານ​ສຳລັບກອງ​ປະຊຸມ "2 ສະພາ" ຢູ່ຫໍ​ສະພາ​ປະຊາຊົນ ​ໂດຍ​ໃນ​ໄລຍະ​ຈັດ​ກອງ​ປະຊຸມ "2 ສະພາ" ​ໃນປີ​ນີ້, ຂ່າວສານຊິນ​ຮວາ​ໃຫ້ການ​ບໍລິການ​ດ້ານຖະ​ແຫຼ​ງຂ່າວ​​ແລະຂໍ້​ມູນ​ຂ່າວສານຢ່າງຮອບດ້ານ​ຫຼາຍ​ຮູບແບບ​ໃຫ້ແກ່​ຜູ້ຕິດຕາມ​ທັງ​ພາຍ​ໃນ​ແລະ​ຕ່າງປະ​ເທດ​ໂດຍ​ຜ່ານໜັງສື, ຮູບ​ພາບ, ວິທະຍຸ, ວິ​ດີ​ໂອ, ໜັງສືພິມ​ແລະ​ວາລະສານ, ສື່​ໃໝ່​ທາງ​ອິນ​ເຕິ​ເນັດ​ແລະ​ອື່ນໆ​​ເປັນ 8 ພາສາ​ ​ຄື ຈີນ, ອັງກິດ, ຝຣັ່ງ, ແອ​ສປາຍ, ຣັດ​ເຊຍ, ອາຣັບ, ປອກຕຸຍ​ການ​ແລະຍີ່ປຸ່ນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ