ຈັງຫວະການ​ເຕີບ​ໂຕ​ຂອງ​ເສດຖະກິດ​ຈີນ​ຍັງ​ຈະ​ຢູ່​ແຖວ​ໜ້າ​​ຂອງ​ໂລກ
2016-03-02 17:01:47  cri 
  ຕາມ​ຂ່າວສານຊິນ​ຮວາ: ວັນ​ທີ 2 ມີ​ນາ​ນີ້, ທ່ານ ຫວາງ​ໂກ​ຊິ້ງ ​ໂຄສົກ​ກອງ​ປະຊຸມ​ຄັ້ງ​ທີ 4 ຂອງ​ສະພາ​ປຶກສາ​ການ​ເມືອງ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ໄດ້​ຖະ​ແຫຼ​ງຂ່າວ​ຢູ່​ນະຄອນຫຼວງ​ປັກ​ກິ່ງ​ວ່າ, ​ເຖິງ​ວ່າປີຜ່ານມາ​ຈັງຫວະ​ການ​ເຕີບ​ໂຕ​ຂອງ​ເສດຖະກິດ​ຈີນ​ຊ້າ​ລົງ​ກໍ​ຕາມ, ​ແຕ່​ຖ້າ​ທຽບ​ໃສ່​ປະ​ເທດ​ຕ່າງໆ​ໃນ​ໂລກ​ແລ້ວ​ຖື​ວ່າ​ຍັງ​ຢູ່​ແຖວ​ໜ້າ.

  ຕອນ​ບ່າຍ​ວັນ​ທີ 2 ມີນາ​ນີ້, ກອງ​ປະຊຸມ​ຄັ້ງ​ທີ 4 ຂອງ​ສະພາ​ປຶກສາ​ການ​ເມືອງ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ໄດ້​ຈັດ​ງານ​ຖະ​ແຫຼ​ງຂ່າວ​ຢູ່​ຫໍ​ສະພາ​ປະຊາຊົນ ​​ໂດຍທ່ານ ຫວາງ​ໂກ​ຊິ້ງ ກ່າວ​ວ່າ​, ເສດຖະກິດຈີນ​ຈະ​ສາມາດ​ຮັກສາ​ການ​ເຕີບ​ໂຕ​ດ້ວຍ​ຈັງຫວະ​ປານ​ກາງ​ແລະ​ສູງ. ຂະນະ​ທີ່ຈັງຫວະ​ການ​ເຕີບ​ໂຕ​ຂອງ​ເສດຖະກິດ​ຈີນບັນລຸ​ເຖິງ 6,9% ນັ້ນ​ເປັນສິ່ງ​ທີ່​ໜ້າ​ສັນລະ​ເສີນ​ທີ່​ສຸດ.

  ທ່ານ ຫວາງ​ໂກ​ຊິ້ງ ກ່າວ​ຕື່ມ​ວ່າ, ​"​ແນວ​ໃດ​ກໍ​ດີ, ເຖິງ​ວ່າ​ໄດ້​ຜະ​ເຊີນ​ສະຖານະ​ການ​ເສດຖະກິດ​ໂລກ​ທີ່​ສັບສົນ​ຫຼາຍ​ກໍ​ຕາມ, ​ແຕ່​ພວກ​ເຮົາ​ມີ​ຄວາມ​ໝັ້ນ​ໃຈຢ່າງ​ເຕັມປ່ຽມຕໍ່​ເສດຖະກິດ​ຂອງປະ​ເທດ​ຕົນ."
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ