ບັນຫາ​ທະ​ເລ​ຈີນ​ໃຕ້​ບໍ່​ຄວນ​ຖື​ເປັນ​ຂໍ້​ອ້າງ​ແລະ​ເຄື່ອງມື​ຂອງ​ປະ​ເທດ​ໃດ​ໜຶ່ງ​ທີ່​ສະກັດ​ກັ້ນ​ການ​ພັດທະນາ​ຂອງ​ຈີນ
2016-03-03 17:03:06  cri 
ວັນ​ທີ 2 ມີນາ​ນີ້, ທ່ານ​ຫວາງ​ໂກວຊິ້ງ, ​ໂຄສົກ​ກອງ​ປະຊຸມ​ຄັ້ງ​ທີ 4 ຂອງ​ສະພາ​ປຶກສາ​ການ​ເມືອງ​ແຫ່ງ​ຊາດ​ຈີນ​ສະ​ໄໝ​ທີ 12 ກ່າວ​ວ່າ, ທະ​ເລ​ຈີນ​ໃຕ້​ຄວນ​ກາຍ​ເປັນ​ທະ​ເລ​ ​ສັນຕິ​ພາບ, ມິດຕະພາບ​ແລະ​ການ​ຮ່ວມ​ມື,  ​ແລະ"ບັນຫາ​ທະ​ເລ​ຈີນ​ໃຕ້​ບໍ່​ຄວນ​ຖື​ເປັນ​ຂໍ້​ອ້າງ​ແລະ​ເຄື່ອງມື​ຂອງ​ປະ​ເທດ​ໃດ​ໜຶ່ງ​ທີ່​ສະກັດ​ກັ້ນ​ການ​ພັດທະນາ​ຂອງ​ຈີນ".

ທ່ານ​ຫວາງ​ໂກວຊິ້ງກ່າວ​ວ່າ, ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ແລະ​ໂຄສົກ​ກະຊວງ​ປ້ອງ​ກັນ​ປະ​ເທດ​ຈີນ​ໄດ້​ສະ​ແດ​ງທ່າ​ທີ​​ກ່ຽວ​ກັບ​ບັນຫາ​ທະ​ເລ​ຈີນ​ໃຕ້ມາ​ແລ້ວ​ຫຼາຍ​ເທື່ອ​ແລະ, ສະພາ​ປຶກສາ​ການ​ເມືອງ​ກໍມີ​ຄວາມ​ເຫັນ​ເປັນ​ເອກະ​ພາບ​ກັນ​ກ່ຽວ​ກັບ​ບັນຫາ​ດັ່ງກ່າວຄືສະໜັບສະໜູນ​ຫຼັກ​ໝັ້ນ​ຂອງສອງກະຊວງ​ດັ່ງກ່າວ​ຢ່າງ​​ເຕັມ​ສ່ວນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ