ໄຂ​ກອງ​ປະຊຸມ​ສະພາ​ປຶກສາ​ການ​ເມືອງ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ຄັ້ງທີ 4 ສະ​ໄໝ​ທີ 12 ຢູ່​ປັກ​ກິ່ງ​
2016-03-04 10:51:09  cri 
    ຕາມ​ຂ່າວສານ​ຊິນ​ຮວາ: ກອງ​ປະຊຸມ​ຄະນະ​ກຳມະການ​ທົ່ວປະ​ເທດ​ຂອງ​ສະພາ​ປຶກສາ​ການ​ເມືອງ​ປະຊາຊົນ​ຈີນ​ຄັ້ງທີ 4 ສະ​ໄໝ​ທີ 12 ​ໄດ້​ໄຂຂຶ້ນຢູ່​ຫໍ​ສະພາ​ປະຊາຊົນ​ໃນ​ຕອນ​ບ່າຍ​ວັນ​ທີ 3 ມີນາ​ນີ້ ​ແລະ​ຕະຫຼອດ 10 ກວ່າ​ມື້ຂອງ​ການ​ດຳ​ເນີນ​ກອງ​ປະຊຸມ, ກຳມະການ​ສະພາ​ປຶກສາ​ການ​ເມືອງ 2100 ກວ່າ​ທ່ານ​ຈະສຸມ​​ໃສ່​ປະຕິບັດ​ພາລະ​ໜ້າ​ທີ່ ​ແລະ​ປະກອບ​ຄິດ​ຄຳ​ເຫັນ ​ໂດຍ​ປິ່ນ​ອ້ອມ​ຮ່າງ​ແຜນການ​ພັດທະນາ 5 ປີ​ຄັ້ງທີ 13 ​ແລະ​ບົດ​ລາຍ​ງານ​ທີ່​ກ່ຽວຂ້ອງ.
ທ່ານ ຢີ​ເຈີ້​ງ​ເຊິ່ງ ປະທານ​ສະພາ​ປຶກສາ​ການ​ເມືອງ​ປະຊາຊົນ​ຈີນ ​ໄດ້​ຕາງໜ້າ​ຄະນະ​ປະຈຳຄະນະກຳມະການທົ່ວປະເທດສະໄໝທີ 12 ຜ່ານບົດລາຍງານຕໍ່​ກອງ​ປ​ະຊຸມ ​ໂດຍ​ໄດ້​ສະຫຼຸບວຽກ​ງານ​ຂອງ​ສະພາທັງ 8 ດ້ານ​ໃນ​ປີຜ່ານມາ​.

    ນອກ​ນີ້ ​ໂດຍ​ໄດ້​ຮັບ​ການ​ມອບ​ໝາຍ​ຈາກ​ຄະນະ​ປະຈຳ​ຄະນະ​ກຳມະການ​ທົ່ວ​ປະ​ເທດສະ​ໄໝ​ທີ 12, ທ່ານ ​ເຊີນ​ສຽວ​ກວ່າ​ງ ຮອງ​ປະທານ​ສະພາ​ປຶກສາ​ການ​ເມືອງ​ປະຊາຊົນ​ຈີນ ​ໄດ້​ລາຍ​ງານ​ສະພາບ​ວຽກ​ງານ​ຂໍ້​ສະ​ເໜີ​ນັບ​​ແຕ່​ກອງ​ປະຊຸມ​ສະພາ​ປຶກສາ​ການ​ເມືອງ​ປະຊາຊົນ​ຄັ້ງທີ 3 ສະ​ໄໝ​ທີ 12 ​ເປັນຕົ້ນ​ມາ​ຕໍ່​ກອງ​ປະຊຸມ​ ​ໂດຍກຳມະການ, ພະ​ແນ​ກ ​ແລະ​ກຳມາ​ທິການ​ຕ່າງໆ​ໄດ້​ຮັບ​ຂໍ້​ສະ​ເໜີ 6.012 ຂໍ້ ​ແລະ​ມາ​ຮອດ​ວັນ​ທີ 20 ກຸມພາ​ປີ​ນີ້ ​ໄດ້​ໃຫ້​ຄວາມ​ກະຈ່າງແຈ້ງ​ແລ້ວ 99,5%.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ