ກອງ​ປະຊຸມ​ສະພາ​ປະຊາຊົນຈີນ​ຄັ້ງທີ 4 ສະ​ໄໝ​ທີ 12 ຈະ​ດຳ​ເນີນ 11 ມື້​ເຄິ່ງ
2016-03-04 16:19:41  cri 
    ຕາມ​ຂ່າວສານ​ຊິນ​ຮວາ: ​ໃນ​ກອງ​ປະຊຸມ​ຖະ​ແຫຼງຂ່າວ​ທີ່​ຈັດ​ຂຶ້ນ​ໃນ​ຕອນ​ເຊົ້າວັນ​ທີ 4 ມີນາ​ນີ້, ທ່ານ​ນາງ ຟູ້ຢິງ ​ໂຄສົກ​ກອງ​ປະຊຸມ​ສະພາ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ຄັ້ງທີ 4 ສະ​ໄໝ​ທີ 12 ກ່າວ​ວ່າ, ກອງ​ປ​ະຊຸມ​ຄັ້ງນີ້​ຈະ​​ໄຂ​ຂຶ້ນ​ໃນ​ຕອນ​ເຊົ້າວັນ​ທີ 5 ມີນາ​ນີ້ ​ແລະ​ຈະ​ອັດ​ລົງ​ໃນ​ຕອນ​ເຊົ້າວັນ​ທີ 16 ​ເດືອນດຽວ​ກັນ ​ເຊິ່ງຈະ​ດຳ​ເນີນ​ເປັນ​ເວລາ 11 ມື້​ເຄິ່ງ. ພາຍຫຼັງອັດປະຊຸມ​ໃນ​ຕອນ​ເຊົ້າວັນ​ທີ 16 ​ແລ້ວ, ທ່ານ ຫຼີ​ເຄີ້ສຽງ ນາຍົກລັດຖະມົນຕີຈີນຈະ​ຈັດ​ກອງ​ປະຊຸມ​ຂ່າວ ​ເພື່ອ​ຕອບ​ຄຳ​ຖາມ​ຂອງ​ນັກ​ຂ່າວ.

    ທ່ານ​ນາງ ຟູ້ຢິງ ກ່າວ​ວ່າ, ກອງ​ປ​ະຊຸມ​ຄັ້ງນີ້​ມີ​ວາລະຄົ້ນຄວ້າ​ພິຈາລະນາ 9 ຂໍ້ ​ເຊິ່ງນອກຈາກ​ຄົ້ນຄວ້າ​ພິຈາລະນາບົດ​ລາຍ​ງານ 6 ສະ​ບັບ​ເຊັ່ນ​ບົດ​ລາຍ​ງານ​ວຽກ​ງານ​ຂອງ​ລັດຖະບານ​ແລ້ວ, ຍັງ​ຈະ​ພິຈາລະນາ​ກວດກາ​ແລະ​ຮັບຮອງແຜນການ​ພັດທະນາ 5 ປີ​ຄັ້ງທີ 13, ຄົ້ນຄວ້າ​ພິຈາລະນາ​ຮ່າງ​ກົດໝາຍ​ການ​ກຸສົນ​ແລະ​ອື່ນໆ. ນອກ​ນັ້ນ, ນັບ​ແຕ່​ວັນ​ທີ 6 ​ມີນາ​ນີ້​ເປັນຕົ້ນ​ໄປ, ສູນ​ຖະ​ແຫຼງຂ່າວ​ຈະ​ຈັດ​ກອງ​ປ​ະຊຸມ​ຂ່າວ 15-16 ​ເທື່ອ​ຢູ່​ສູນ​ມີເດຍ ​ໂດຍ​ຈະ​​ເຊີນ​ເຈົ້າໜ້າ​ທີ່​ຮັບຜິດຊອບ​ບາງ​ພາກສ່ວນ​ຂອງ​ສະພາ​ປະຊາຊົນ​ແລະ​​ລັດຖະບານ​ມາ​ຕອບ​ຄຳ​ຖາມ​ທີ່​ສື່​ມວນ​ຊົນ​ສົນ​ໃຈ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ