ສອງດ້ານທີ່ໜ້າສົນໃຈໃນບົດລາຍງານວຽກງານຂອງລັດຖະບານປີ 2016
2016-03-05 17:17:19  cri 

ວັນທີ 5 ມີນານີ້, ທ່ານລີເຄີ້ສຽງ ນາຍົກລັດຖະມົນຕີຈີນໄດ້ລາຍງານວຽກງານຂອງລັດຖະບານປີ 2016 ໃນກອງປະຊຸມເທື່ອທີ 4
ຂອງສະພາປະຊາຊົນແຫ່ງຊາດຊຸດທີ 12 ໂດຍໃນບົດລາຍງານດັ່ງກ່າວ, ມີສອງດ້ານທີ່ໜ້າສົນໃຈຄື ດ້ານທີໜຶ່ງ, ບົດລາຍງານ
ເຮັດໃຫ້ເສດຖະກິດໂລກທີ່ບໍ່ໝັ້ນທ່ຽງແລະຊຸດໂຊມລົງນັ້ນມີຄວາມໝັ້ນຄົງຫຼາຍກວ່າເກົ່າ ແລະອີກດ້ານໜຶ່ງ, ບົດລາຍງານເຮັດໃຫ້
ປະຊາຊົນມີຄວາມພໍໃຈແລະມີຄວາມມຸ່ງມາດປາຖະໜາ.

ໃນບົດລາຍງານດັ່ງກ່າວຊີ້ໃຫ້ເຫັນວ່າ: GDP ຂອງຈີນໃນປີ 2015ບັນລຸ 67700 ຕື້ຢວນຫຼືປະມານ 10800 ຕື້ໂດລາສະຫັດລັດ,
ເພີ່ມຂຶ້ນ 6,9%, ມູນຄ່າຂາເຂົ້າຂາອອກບັນລຸເຖິງ 24600 ຕື້ຢວນຫຼືປະມານ 3800 ຕື້ໂດລາສະຫັດລັດໂດຍສາມາດຮັກສາການ
ເປັນອັນດັບທີໜຶ່ງໃນໂລກເໝືອນເດີມ.

ແນວໃດກໍດີ, ເຖິງວ່າສື່ມວນຊົນຕ່າງປະເທດລາຍງານວ່າ ນີ້ແມ່ນການເຕີບໂຕຊ້າທີ່ສຸດຂອງຈີນໃນຮອບ 25 ປີຜ່ານມາກໍຕາມ, ແຕ່
ເຂົາເຈົ້າໄດ້ເບິ່ງຂ້າມຄວາມຈິງທີ່ວ່າ, ໃນບັນດາກຸ່ມເສດຖະກິດສຳຄັນຂອງໂລກເປັນຕົ້ນ, GDPຂອງອາເມລິກາໃນປີ 2015 ເພີ່ມ
ຂຶ້ນ 2,4% ເມື່ອທຽບໃສ່ປີ 2014, ຍີ່ປຸ່ນເພີ່ມຂຶ້ນ 0,4%, ເຂດໃຊ້ເງິນເອີໂຣເພີ່ມຂຶ້ນ 1,5%, ຣັດເຊຍຫຼຸດລົງ 3,7%. ຂະນະທີ່
ຈັງຫວະການເຕີບໂຕຂອງເສດຖະກິດຈີນຢ່າງໜ້ອຍແມ່ນ 2 ເທົ່າຂອງປະເທດທີ່ພັດທະນາແລ້ວ, ນອກຈາກອິນເດຍແລ້ວແລະຈັງ
ຫວະດັ່ງກ່າວແມ່ນຈັງຫວະທີ່ໄວທີ່ສຸດໃນໂລກ. ໃນຖານະເປັນກຸ່ມເສດຖະກິດໃຫຍ່ອັນດັບ 2 ໃນໂລກ, ປີ 2015, ຈີນໄດ້ປະກອບ
ສ່ວນເຂົ້າໃນການເຕີບໂຕຂອງເສດຖະກິດໂລກຫຼາຍກວ່າ 25% ໂດຍໄດ້ຊຸກຍູ້ໃຫ້ເສດຖະກິດໂລກເຕີບໂຕໄວຂຶ້ນຢ່າງໝັ້ນທ່ຽງ
ແລະແຂງແຮງ.

ອີກດ້ານໜຶ່ງຄື: ປີ 2015, ລາຍໄດ້ສະເລ່ຍຕົວຈິງຂອງປະຊາຊົນຈີນເພີ່ມຂຶ້ນ 7,4%, ຄວາມທຸກຍາກຂອງປະຊາກອນຢູ່ຊົນນະບົດ
ຫຼຸດລົງ 14 ລ້ານ 4 ແສນ 2 ໝື່ນຄົນ. ປີ 2016, ຄາດວ່າGDP ຂອງຈີນຈະເພີ່ມຂຶ້ນ 6,5% ຫາ 7%, ເງິນອຸດໜູນຄ່າຄອງຊີບ
ຕ່ຳສຸດໃນຕົວເມືອງແລະຊົນນະບົດຕ່າງກໍຈະເພີ່ມຂຶ້ນ 5% ແລະ 8%.

ທ່ານລີເຄີ້ສຽງກ່າວວ່າໃນບົດລາຍງານວຽກງານຂອງລັດຖະບານຈີນໄດ້ນຳສະເໜີຢ່າງຈະແຈ້ງວ່າ, ຕ້ອງນຳເອົາຜົນປະໂຫຍດໃຫ້
ແກ່ປະຊາຊົນໃຫ້ຫຼາຍຂຶ້ນ, ຕ້ອງແກ້ໄຂບັນຫາຫຍຸ້ງຍາກຂອງປະຊາຊົນໃຫ້ຫຼາຍກວ່າເກົ່າ.ຕົວເລກຕ່າງໆທີ່ກ່ຽວພັນເຖິງປະຊາຊົນແລະ
ສ່ອງແສງໃຫ້ເຫັນເຖິງຊີວິດການເປັນຢູ່ຂອງປະຊາຊົນຢ່າງແທ້ຈິງທີ່ນຳສະເໜີໃນບົດລາຍງານດັ່ງກ່າວເປັນການຢືນຢັນໃຫ້ເຫັນເຖິງ
ນະໂຍບາຍບໍລິຫານປະເທດທີ່ຖືເອົາຊີວິດການເປັນຢູ່ຂອງປະຊາຊົນເປັນກົກຂອງລັດຖະບານຈີນ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ