ຈີນ​ຈະ​ຊຸກຍູ້ການ​​ເປີດ​ປະຕູ​ສູ່​ພາຍ​ນອກ​ໃນລະດັບ​ສູງຮອບ​ໃໝ່ ເພື່ອ​ບັນລຸ​ການ​ຮ່ວມ​ມື​ແບບ​ຕ່າງ​ຝ່າຍ​ຕ່າງ​ໄດ້​ຮັບ​ຜົນ​ປະ​ໂຫຍດ
2016-03-05 14:51:05  cri 
ວັນ​ທີ 5 ມີນາ​ນີ້, ​ໃນ​ໂອກາດ​ກ່າວ​ບົດ​ລາຍ​ງານ​ວຽກ​ງານ​ຂອງ​ລັດຖະບານ, ທ່ານຫຼີ​ເຄີ້ສຽງ ນາຍົກລັດຖະມົນຕີຈີນກ່າວ​ວ່າ, ປີ້​ນີ້, ຈີນ​ຈະຊຸກຍູ້ການ​​ເປີດ​ປະຕູ​ສູ່​ພາຍ​ນອກໃນ​ລະດັບ​ສູງຮອບ​ໃໝ່ ແລະອອກ​ແຮງ​ເພື່ອ​ບັນລຸ​ການ​ຮ່ວມ​ມື​ແບບ​ຕ່າງ​ຝ່າຍ​ຕ່າງ​ໄດ້​ຮັບ​ຜົນ​ປະ​ໂຫຍ​ດ.

ຈີນ​ຈະ​ອອກ​ແຮ​ງຊຸກຍູ້​ການ​ສ້າງ​ໜຶ່ງ​​ແລວ​ທາງ​ໜຶ່ງ​ເສັ້ນທາງ, ວາງແຜນ​ການ​ພັດທະນາ​ການ​ເປີດ​ປະຕູ​ສູ່​ພາຍ​ນອກ​ໃນບາງຂົງເຂດ​​ພາຍ​ໃນ​ປະ​ເທດ​ ​ແລະການ​ຮ່ວມ​ມື​ທາງ​ເສດຖະກິດ​ສາກົນທັງໃຫ້ເປັນເອກະພາບກັນ, ຮ່ວມ​ກັນສ້າງແລວ​ທາງ​ເສດຖະກິດ​ທາງບົກ​ແລະ​ຈຸດ​ຄໍ້າ​ຊູ​ການ​ຮ່ວມ​ມື​ທາງ​ທະ​ເລ, ຊຸກຍູ້​ການ​ເຊື່ອມຈອດ​ກັນ, ການ​ຮ່ວມ​ມື​ເສດຖະກິດ​ການ​ຄ້າ, ການ​ແລກປ່ຽນ​ວັດທະນະທຳ, ສ້າງ​ກົນ​ໄກ​ຮ່ວມ​ມືການຜ່ານດ່ານລະຫວ່າງປະເທດ​ຕາມ​ແລວ​ທາງເສດຖະກິດ, ສ້າງ​ຊ່ອງ​ທາງ​ຂົນ​ສົ່ງ​ສິນຄ້າ​ສາກົນ. ຊຸກຍູ້​ການ​ສ້າງ​ເຂດ​ຮວມ​ມື​ເສດຖະກິດ​ຊາຍ​ແດນ, ​ເຂດ​ຮ່ວມ​ມື​ເສດຖະກິດ​ຂ້າມ​ຊາຍ​ແດນ​ແລະ​ເຂດ​ຮ່ວມ​ມື​ເສດຖະກິດ​ການ​ຄ້ານອກ​ແດນ. ຂະນະດຽວກັນ ກໍຍຶດໝັ້ນ​ການປຶກສາຫາລືແລະສ້າງສາຮ່ວມກັນ, ​ແລະ​​ແບ່ງປັນຜົນປະໂຫຍດ​ນຳ​ກັນ, ​ເຮັດ​ໃຫ້ ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ ກາຍ​ເປັນຂົວ​ແຫ່ງ​ສັນຕິພາບ​ແລະ​ມິດ​ຕະພາບ ​ທັງ​ເປັນ​ເ​ສັ້ນ​ທາງ​ແຫ່ງ​ຄວາມ​ຈະ​ເລີ​ນຮຸ່ງ​ເຮືອງ​ພ້ອມ​ກັນ.

ນອກ​ນີ້, ຈີນ​ຈະ​ເປີດ​ກວ້າງ​ການ​ຮ່ວມ​ມື​​ເພີ່ມ​ຂີດຄວາມ​ສາມາດ​​ໃນ​ການ​ຜະລິດກັບ​ສາກົນ​ໂດຍ​ຖື​ເອົາ​ຄວາມ​ເຫັນ​ເຈົ້າ​ຂອງ​ວິ​ສາ​ຫະກິດ, ລັດຖະບານ​ເປັນ​ຜູ້​ຊຸກຍູ້, ຂະຫຍາຍຕົວ​ຕາມ​ກົດ​ເກນ​ຕະຫຼາດ, ດໍາ​ເນີນ​ໂຄງການ​ແບບຢ່າງ​ສຳຄັນຈໍານວນ​ໜຶ່ງ. ທັງ​ຈະສ້າງ​ກອງ​ທຶນການ​ຮ່ວມ​ມື​ກັບ​ຕ່າງປະ​ເທດ​ທີ່​ເປັນ​ເງິນ​ຢວນຈີນ ​ແລະສ້າງຍີ່​ຫໍ້​ທີ່ມີ​ຊື່ສຽງ​ໃນ​ຂະ​ແໜງ​ການ​ຜະລິດ​ຂອງ​ຈີນ​.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ