ຈີນ​ຈະ​ປະຕິບັດ​ຕາມທັດສະນະ​ການ​ຕ່າງປະ​ເທດ​ຂອງ​ປະ​ເທດ​ໃຫຍ່​ທີ່​ມີ​ສີສັນ​ພິ​ເສດ​ຂອງ​ຈີນ
2016-03-05 14:57:10  cri 
ວັນ​ທີ 5 ມີນາ​ນີ້, ​ໃນ​ໂອກາດກ່າວລາຍ​ງານ​ວຽກ​ງານ​ຂອງ​ລັດຖະບານ, ທ່ານຫຼີ​ເຄີ້ສຽງ ນາຍົກລັດຖະມົນຕີຈີນກ່າວ​ວ່າ, ຈີນ​ຈະ​ສືບ​ຕໍ່​ຊູ​ທຸງ​ສັນຕິພາບ, ການ​ພັດທະນາ, ການ​ຮ່ວມ​ມື​ແລະ​ຕ່າງ​ຝ່າຍ​ຕ່າງ​ໄດ້​ຮັບ​ຜົນ​ປະ​ໂຫຍດ, ປະຕິບັດ​ຕາມທັດສະນະ​ການ​ຕ່າງປະ​ເທດ​ຂອງ​ປະ​ເທດ​ໃຫຍ່​ທີ່​ມີ​ສີສັນ​ພິ​ເສດ​ຂອງ​ຈີນ, ຊຸກຍູ້​ການ​ປະດິດສ້າງ​​ໃໝ່​ແລະ​ການ​ເຕີບ​ໂຕ​ຂອງ​ເສດ​ຖະກິດ​​ໂລກ, ບູລະນະ​ການ​ຄຸ້ມ​ຄອງເສດຖະກິດ​ການ​ທະນາຄານ​ຂອງ​ທົ່ວ​ໂລກ​ໃຫ້​ສົມ​ບູນ. ​ເພີ່ມ​ທະວີການ​ປະສານງານ​ແລະ​ການ​ຮ່ວມ​ມື​ກັບ​ບັນດາປະ​ເທດ​ໃຫຍ່, ສ້າງ​ການ​ພົວພັນລະຫວ່າງ​ປະ​ເທດ​ໃຫຍ່​​ໃຫ້​ໄປມາຫາສູ່​ກັນ​​ເປັນ​ຢ່າງ​ດີ, ຮ່ວມ​ມື​ກັນ​ບົນ​ພື້ນຖານ​ຕ່າງ​ຝ່າຍ​ຕ່າງ​ໄດ້​ຮັບ​ຜົນ​ປະ​ໂຫຍ​ດ. ປະຕິບັດ​ຕາມ​ທັດສະນະ​ ​ການ​ຕ່າງປ​ະ​ເທດ ​ທີ່ສະໜິດສະໜົມ, ມີ​ຄວາມ​ຈິງ​ໃຈ, ສ້າ​ງຜົນ​ປະ​ໂຫຍ​ດ​ໃຫ້​ແກ່​ກັນ ​ແລະ​​ເຫັນ​ອົກ​ເຫັນ​ໃຈ ກັບປະ​ເທດ​ອ້ອມ​ຂ້າງ, ຢູ່​ຮ່ວມ​ກັນ​ກັບປະ​ເທດ​ໃນ​ພາກ​ພື້ນ​ຢ່າງ​ສັນຕິ​ໃນ​ໄລຍະ​ຍາວ​ນານ, ຮ່ວມ​ມືແລະ​ເຊື່ອມ​ໂຍງ​ເຂົ້າກັນ ​ເພື່ອ​ການພັດທະນາ​. ລົງ​ເລິກ​ການ​ຮ່ວມ​ມື​ໃຕ້​ໃຕ້, ​ເພື່ອຊຸກຍູ້​ການ​ພັດທະນາ​ພ້ອມ​ກັນ, ຮັກສາ​ສິດ​ແລະ​ຜົນ​ປະ​ໂຫຍ​ດຊອບທຳ​ແລະ​ຊອບ​ດ້ວຍ​ກົດໝາຍ​ຂອງ​ປະ​ເທດ​ທີ່​ພວມ​ພັດທະນາ. ​ເຂົ້າ​ຮ່ວມ​​ແກ້​ໄຂ​ບັນຫາ​​ໃນທົ່ວ​ໂລກ​ແລະ​ບັນຫາ​ຈຸດ​ຮ້ອນ​ຢ່າງ​​ສ້າງສັນ, ຮ່ວມ​ກັນ​ກັບ​ປະຊາ​ຄົມ​ໂລກ, ສ້າງ​ຄວາມ​ພະຍາຍາມ​ຢ່າງ​ບໍ່​ຢຸດ​ຢັ້ງ​ເພື່ອ​ພາລະກິດ​ສັນຕິພາບ​ແລະ​ການ​ພັດທະນາ​ຂອງ​ມວນ​ມະນຸດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ